VOV WorldVOV World
ບັນດາບົດເພງສະຫລອງໄຊ
02/05/2020 01:30
(VOVWORLD) - ວັນມະຫາໄຊລະດູບານໃໝ່ປີ 1975 ໄດ້ບັນທຶກໄວ້ໃນປະຫວັດສາດປຽບເໝືອນດັ່ງຂີດໝາຍທີ່ຮຸ່ງເຮືອງເຫລືອງເຫຼື້ອມ, ເປີດ ໄລຍະໃໝ່ໃຫ້ແກ່ອະນາຄົດທີ່ສະຫວ່າງສະໄຫວຂອງປະເທດຊາດ.
ເຫດ ການ ດັ່ງ ກ່າວ ແມ່ນ ແຫຼ່ງ ບັນ ດານ ໃຈ ອັນ ໃຫຍ່ ຫລວງ ໃຫ້ ແກ່ ບັນ ດາ ນັກ ປະ ພັນ ດົນ ຕີ . ພິ ເສດ ແມ່ນຕ້ອງ ເວົ້າ ເຖິງບັນ ດາ ບົດ ເພງ ໂດຍ ບັນ ດາ ນັກ ປະ ພັນ ດົນ ຕີ ປະ ດິດ ແຕ່ງ ທີ່ ເຕັມ ໄປ ດ້ວຍຄວາມ ປະ ທັບ ໃຈໃນ ໄລ ຍ ະ ນັ້ນ ດ້ວຍຄວາມ ຕື້ນ ຕັນ ໃຈ ຢ່າງ ແຮງກ້າ , ໄດ້ ຍືນ ຍົງ ຄົງ ຕົວ ຕະ ຫລອດ ໄປ ໃນ ດວງໃຈ ຂອງຊາວ ຫວຽດ ນາມ ຫລາຍ ລ້ານ ຄົນ . ບົດ ຂຽນ ຂອງ ນັກ ຂ່າວ VOV. ບົດເພງ “ເດິ໊ດເນື໊ອກຈ້ອນນ່ຽມວຸຍ” ແປວ່າ ປະເທດຊາດມີຄວາມເບີກບານມ່ວນຊື່ນຢ່າງສົມບູນ ແມ່ນບົດເພງທີ່ມ່ວນໆ ໃນຈຳນວນ ບົດເພງໄດ້ປະດິດແຕ່ງກ່ຽວກັບວັນມະຫາໄຊວັນທີ 30 ເມສາ, ນີ້ກໍ່ແມ່ນບົດເພງທີ່ມີຊື່ສຽງຂອງອະດີດນັກປະພັນດົນຕີ ຮ່ວາງຮ່າ. ບົດເພງ “ເດິ໊ດເນື໊ອກຈ້ອນນ່ຽມວຸຍ” ໄດ້ປະດິດແຕ່ງໃນຄ່ຳຄືນວັນທີ 26 ເມສາ 1975 ຢູ່ເຮືອນສ່ວນຕົວຂອງອະດີດນັກປະພັນດົນຕີ ຮ່ວາງຮ່າທີ່ ຮ່າໂນ້ຍ. ບົດເພງແມ່ນນ້ຳໃຈຂອງນັກປະພັນດົນຕີ ທີ່ສະແດງໃຫ້ເຫັນຄວາມຜາສຸກທີ່ບໍ່ມີຂອບເຂດ ເມື່ອປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ. ພາຍຫລັງປະດິດແຕ່ງບົດເພງ ສຳເລັດ ກໍ່ໄດ້ມອບໃຫ້ວິທະຍຸກະຈາຍສຽງ ຫວຽດນາມ ແລະ ຜູ້ຂັບຮ້ອງເພງນີ້ຄົນທຳອິດແມ່ນນັກສິລະປິນ ຈູງກຽນ.  ບົດເພງ “ເດິ໊ດເນື໊ອກຈ້ອນນ່ຽມວຸຍ” ແປວ່າ ປະເທດຊາດມີຄວາມເບີກບານມ່ວນຊື່ນຢ່າງສົມບູນ  ບັນດາສຽງເພງທີ່ສະຫງ່າອົງອາດ, ເຕັມໄປດ້ວຍຄວາມຮູ້ສຶກຕື້ນຕັນໃຈ ຄື “ຕາດີຈອງມວນແອ໊ງຊາວຫວ່າງ, ຣື່ງເກີຕຸງໄບ” ຫຼື “ໂອຍ! ແຮ້ງຟຸກໂວບຽນ, ຮ໊າດເໜືອດີແອມ ຫຍື໊ງເລີຍອຽວເທືອງ!”…ໄດ້ປະກົດຜົນເປັນຈິງຖືກບັນທຶກໄວ້ໃນປະຫວັດສາດ. ບົດເພງໄດ້ອອກອາກາດຜ່ານຄື້ນຂອງວິທະຍຸກະຈາຍສຽງປົດປ່ອຍເທື່ອທຳອິດໃນຕອນເຊົ້າວັນທີ 01 ພຶດສະພາ 1975, ພ້ອມກັບບົດເພງ “ຍືກໍ໊ບາກໂຮ່ຈອງໄງ່ວຸຍດ້າຍທັ໊ງ” ແປວ່າ ລຸງໂຮ່ໃນມື້ມະຫາໄຊຂອງນັກປະພັນດົນຕີ ຟ້າມຕວຽນ. ສຳລັບນັກປະພັນດົນຕີ ຮ່ວາງຮ່າ ແລ້ວ, ລາວແຕ່ງບົດເພງ “ເດິ໊ດເນື໊ອກຈ້ອນນ່ຽມວູຍ” ພາຍໃນເວລາພຽງ 1 ວັນເທົ່ານັ້ນ, ແຕ່ພັດແມ່ນໝາກຜົນສະຫລຸບຂອງທັງຂະບວນວິວັດການ, ຕະຫຼອກຊີວິດຂອງລາວ ທີ່ໄດ້ເຂົ້າຮ່ວມການປະຕິວັດ ແລະ ເຄື່ອນໄຫວດົນຕີ. ນັກວິຈານດົນຕີ ຫງວຽນທຸຍຄາ ໃຫ້ຮູ້ວ່າ: “ ອະ ດີດ ນັກ ປະ ພັ ນ ດົນ ຕີ ຮ່ ວາງ ຮ່າ ແຕ່ງ ບົດ ເພງ “ ເດິ໊ດ ເນື໊ອກຈ້ອນ ນ່ຽມ ວູຍ ” ກ່ອນວັນ ທີ 30 ເມ ສາ 1975. ເນື້ອ ໃນ ຂອງ ບົດ ເພງ , ລາວ ໄດ້ ປະ ສົມ ປະ ສານ ດົນ ຕີ ປະສານສຽງ ( ແຊມ ເບີ້ ມິວສິກ ) ເຂົ້າ ກັບ ດົນ ຕີ ປະເພດລາຍມິວສິກ. ພາຍ ຫລັງ ວັນ ທີ 30 ເມ ສາ 1975, ບົດ ເພງ ໄດ້ ເຜີຍ ແຜ່ ໄປ ທົ່ວ ພາກ ໃຕ້ , ຄາວນັ້ນຊາວ ໜຸ່ມ ຢູ່ ພາກ ໃຕ້ ຫລາຍ ຄົນ ໃຜ ກໍ່ ນິຍົມຂັບ ຮ້ອງ ບົດ ເພງນີ້ .  ອະດີດນັກປະພັນດົນຕີ ຮ່ວາງຮ່າ ພ້ອມກັບບົດເພງ “ເດິ໊ດເນື໊ອກຈ້ອນນ່ຽມວູຍ”, ບົດເພງ “ຍືກໍ໊ບາກໂຮ່ຈອງໄງ່ວູຍດ້າຍທັ໊ງ” ກໍ່ແມ່ນບົດເພງທີ່ຂາດບໍ່ໄດ້ ເມື່ອເວົ້າເຖິງວັນມະຫາໄຊ. ບົດເພງດັ່ງກ່າວ ໂດຍນັກປະພັນດົນຕີ ຟ້າມຕວຽນ ປະດິດແຕ່ງໃນຄ່ຳຄືນວັນທີ 28 ເມສາ 1975 ແລະ ໄດ້ອັດສຽງໃນຕອນບ່າຍວັນທີ 30 ເມສາ 1975 ເພື່ອໃຫ້ວິທະຍຸກະຈາຍສຽງ ຫວຽດນາມ ອອກອາການໃນເວລາ 17 ໂມງຂອງວັນດຽວກັນ ໃນລາຍການສະຖານະການການເມືອງພິເສດ, ປະກາດຂ່າວປົດປ່ອຍພາກໃຕ້ ຫວຽດນາມ ຢ່າງສົມບູນ. ນັກປະພັນດົນຕີ ຟ້າມຕວຽນ ແບ່ງປັນວ່າ: “ ບົດ ເພງ ໄດ້ ແຕ່ງ ຂຶ້ນ ຖືກ ກັບ ຊ່ວງ ເວ ລາ ທີ່ ນ້ຳ ໃຈ ຂອງ ປະ ຊາ ຊົນ ທົ່ວ ປະ ເທ ດ ມຸ່ງ ໄປ ເຖິງ ໄຊ ຊະ ນະ . 45 ປີຜ່ານພົ້ນ ໄປ ແລ້ວ ແຕ່ ເມື່ອ ຟັງ ຄືນ ຂ້າ ພະ ເຈົ້າ ຮູ້ ສຶກ ຄື ດັ່ງ ຫາກໍ່ແມ່ນ ໃນ ມື້ ວານ ນີ້ . ຂ້າ ພະ ເຈົ້າ ແຕ່ງ ບົດ ເພງ ດັ່ງ ກ່າວ ແມ່ນ ມາ ຈາກ ຄວາມ ຮູ້ ສຶກ ໃນໃຈ ຂອງ ຂ້າ ພະ ເຈົ້າ ເອງ . ເມື່ອ 2 ພາກ ເໜືອ - ໃຕ້ ໂຮມ ເຂົ້າກັນ ແລ້ວກໍ່ ຄິດ ຮອດ ຄິດ ເຖິງ ປະ ທານ ໂຮ່ ຈີ ມິນ . ” ບົດເພງ “ມົວຊວັນເຈນແທ່ງໂຟ໊ໂຮ່ຈີມິນ” ແປວ່າລະດູບານໃໝ່ຢູ່ນະຄອນໂຮ່ຈິມິນ ຂອງອະດີດນັກປະພັນດົນຕີ ຊວັນຮົ່ງ ແມ່ນໜຶ່ງໃນບັນດາບົດເພງທີ່ມ່ວນ  ເຊິ່ງມີເນື້ອໃນກ່ຽວກັບວັນເບີກບານມ່ວນຊື່ນເອກະລາດຂອງປະເທດຊາດ. ເດືອນ ມີນາ 1975, ເມື່ອເປີດສາກບັ້ນຮົບ ໄຕງວຽນ, ນັກປະພັນດົນຕີ ຊວັນຮົ່ງ ພວມປະຕິບັດງານຢູ່ສະໜາມຮົບ B2. ຄາວນັ້ນ, ເນື້ອໃນບົດເພງກໍ່ໄດ້ປະກົດອອກຢູ່ໃນຫົວຂອງລາວ, ລາວໄດ້ຂຽນໃສ່ແຂນ, ຂຽນໃສ່ໃບໄມ້ໄວ້ ເພື່ອບໍ່ໃຫ້ຫຼົງລືມ. ເມື່ອໄປຮອດໄຊງ່ອນ ອະດີດນັກປະພັນດົນຕີ ຊວັນຮົ່ງ ໄດ້ເຫັນປະຈັກຕາຈຸດເວລາທີ່ 5 ປີກທະຫານປົດປ່ອຍ ກ້າວເຂົ້າ ໄຊງ່ອນ ຢ່າງສະຫງ່າອົງອາດ, ໂຄ່ນລົ້ມອຳນາດການປົກຄອງໄຊງ່ອນ, ສ້າງໜ້າປະຫວັດສາດໃໝ່ໃຫ້ແກ່ປະເທດຊາດ. ຈາກຄວາມຕື້ນຕັນໃຈໃນຈຸດເວລາປະຫວັດສາດໃນວັນທີ 30 ເມສານັ້ນ, ລາວໄດ້ແຕ່ງບົດເພງທີ່ມີຊື່ວ່າ “ມົວຊວັນເຈນແທ່ງໂຟ໊ໂຮ່ຈີມິນ” ໄດ້ສຳເລັດ.         ອະດີດນັກປະພັນດົນຕີ ຊວັນຮົ່ງ ເນື້ອຮ້ອງຂອງບົດເພງໄດ້ສະແດງໃຫ້ເຫັນອາລົມຈິດຢ່າງມີຊີວິດຊີວາຂອງຜູ້ແຕ່ງ ເມື່ອໄດ້ຮັບຊົມລະດູບານໃໝ່ໃນທ່າມກາງຄວາມເບີກບານມ່ວນຊື່ນຂອງວັນມະຫາໄຊ ທັງເຂົ້າໃຈງ່າຍ, ທັງເຫັນໃຈກັນ ໄດ້ກາຍເປັນຄວາມຊິນເຄີຍສຳລັບປະຊາຊົນນະຄອນ ໂຮ່ຈີມິນ ເນື່ອງໃນໂອກາດລະດູບານໃໝ່ວຽນມາ. ນັກວິຈານດົນຕີ ຫງວຽນທຸຍຄາ ໃຫ້ຮູ້ວ່າ: “ ໄຊ ງ່ອນ ເປັນ ຄັ້ງ ທຳ ອິດ ທີ່ມີ ບົດ ເພງ ກ່ຽວ ກັບ ລະ ດູ ບານ ໃໝ່ . ບົດ ເພງ “ ມົວ ຊ ວັນ ເຈນ ແທ່ງ ໂ ຟ໊ໂຮ່ ຈີ ມິນ ” ຂອງ ອະ ດີດ ນັກ ປະ ພັນ ດົ ນ ຕີ ຊວັນ ຮົ່ງ ໄດ້ ສ້າງຄວາມ ເບີກ ບານ ມ່ວນ ຊື່ນ ໃຫ້ ແກ່ປະ ຊາ ຊົນ ໄຊ ງ່ອນ ພາຍ ຫລັງ ວັນ ປົດ ປ່ອຍ .” ແລະຍັງມີບົດເພງທີ່ມ່ວນໆຫລາຍບົດ, ມີຄວາມໝາຍນຳມາເຊິ່ງພະລັງຊີວິດອັນແຮງກ້າຕື່ມອີກ, ຍືນຍົງຄົງຕົວຕະຫລອດກັບການເວລາ ຍ້ອນວ່າມັນເປັນປຶ້ມປະຫວັດສາດດ້ານດົນຕີ ໄດ້ບັນທຶກຈຸດເວລາປະຫວັດສາດ ທີ່ບໍ່ອາດຫຼົງລືມໄດ້ຂອງປະເທດຊາດ ວັນທີ 30 ເມສາ 1975./.
TAG
VOV/VOVworld/ບົດເພງ/ສະຫລອງໄຊ