ການຂໍຕົວໜັງສືຂໍພອນຍາມຕົ້ນປີໃໝ່, ຄວາມຄາດຫວັງສະແດງອອກຜ່ານແຕ່ລະຕົວໜັງສື
01/02/2025 05:00
(VOVWORLD) - ການຂໍຕົວໜັງສືຂໍພອນຍາມຕົ້ນປີໄດ້ກາຍເປັນຄວາມຊິນເຄີຍຂອງຊາວ ຫວຽດນາມ ໃນໂອກາດບຸນປີໃໝ່, ລະດູບານໃໝ່ວຽນມາ ພ້ອມກັບຄວາມປາດຖະໜາຢາກໃຫ້ປີໃໝ່ມີແຕ່ຄວາມໂຊກດີ, ຄວາມສະຫງົບສຸກ, ປາດຖະໜາສິ່ງໃດໄດ້ສິ່ງນັ້ນ. ນີ້ກໍແມ່ນຈຸດຄວາມງາມທາງດ້ານວັດທະນະທຳ, ສະແດງໃຫ້ເຫັນມູນເຊື້ອດຸໝັ່ນມັກການຮ່ຳຮຽນຂອງຊາດ ຫວຽດນາມ.

ການຂໍ ຕົວ ໜັງສືຂໍພອນຍາມຕົ້ນປີໄດ້ກາຍເປັນຄວາມຊິນເຄີຍຂອງ ຊາວ ຫວຽດ ນາມ ໃນໂອກາດບຸນປີໃໝ່ (ພາບ: VOV) ຮູບພາບບັນດາ ອົງໂດ່ (ອາຈານຜູ້ແຕ້ມຕົວໜັງສື ຫວຽດ ເດີມຂໍພອນ) ນຸ່ງຊຸດເສື້ອຍາວ, ໝວກວົງແຫວນ, ວາງ “ນ້ຳມຶກຈີນເຈ້ຍແດງ” ໃນບໍລິເວນ ວັນໝຽວ - ກວັກຕື໋ຢາມ ເຊິ່ງເປັນມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ ໄດ້ເປັນທີ່ຄຸ້ນເຄີຍສຳລັບປະຊາຊົນນະຄອນ ຮ່າໂນ້ຍ ໃນໂອກາດຕົ້ນລະດູບານໃໝ່. ທ່ານ ຫງວຽນເກື່ອງ ຢູ່ເມືອງ ດົ໊ງດາ, ຮ່າໂນ້ຍ ໃຫ້ຮູ້ວ່າ: “ຂ້າພະເຈົ້າຍັງຈື່ ໄດ້ ດີວ່າ ແຕ່ ປາງ ກ່ອນ, ກ່ອນນີ້ປະມານ 60 ກວ່າປີ, ຍ່າ ໄດ້ພາຂ້າພະເຈົ້າເຂົ້າໄປ ໂຮ່ວັນ ເຊິ່ງຕັ້ງຢູ່ ກົງກັນຂ້າມ ວັນໝຽວ - ກວັກຕື໋ຢາມ ເພື່ອຂໍ ຕົວ ໜັງສື. ເມື່ອລະດູບານໃໝ່ວຽນມາທຸກໆປີ, ຂ້າພະເຈົ້າຕ່າງກໍມີຄວາມຮູ້ສຶກ ພາກພູມໃຈ ຫຼາຍ. ຂ້າພະເຈົ້າເກີດຢູ່ຖະໜົນ ວັນໝຽວ, ສະນັ້ນ ເຫັນປະຊາຊົນຢູ່ທຸກແຖບຖິ່ນໄດ້ພາກັນມາຂໍ ຕົວ ໜັງສື ຢູ່ທີ່ນີ້ ”. ຕົວໜັງສື ໄດ້ຂຽນໃສ່ເຈ້ຍສີແດງ, ເພາະວ່າ ສີແດງແມ່ນສີທີ່ງາມທີ່ສຸດ ແລະ ຕາມຄວາມສຳນຶກຂອງຊາວຝ່າຍຕາເວັນອອກ ທີ່ຍັງຮັກສາມາຮອດທຸກວັນນີ້ແລ້ວ, ສີແດງ ແມ່ນສີຂອງຊີວິດ ແລະ ການຟື້ນຕົວຄືນໃໝ່, ແມ່ນສັນຍາລັກໃຫ້ແກ່ຄວາມໂຊກດີ.
TAG
VOV/VOVworld/ຂໍຕົວໜັງສືຂໍພອນ/ລະດູບານໃໝ່
Related
More








