VOV WorldVOV World
ຄວາມຊົງຈຳທີ່ບໍ່ອາດຫຼົງລືມຂອງທະຫານອາສາສະໝັກ ຫວຽດນາມ - ລາວ
14/04/2024 10:00
(VOVWORLD) - ກອງພັນນ້ອຍໄດ້ຮັບໜ້າທີ່ຍົກຍ້າຍປະຊາຊົນລາວ ນັບໝື່ນຄົນ ອອກຈາກເຂດທົ່ງໄຫຫີນ ໄປ ເງະອານ ຂອງ ຫວຽດນາມ, ຕ້ອງຍ່າງ, ຫາບ, ຊ່ວຍເຫຼືອກັນຂ້າມກິ່ວສູງ, ເຫວເລິກ ໄລຍະທາງກວ່າ 100 ກມ.
ຄວາມຊົງຈຳທີ່ບໍ່ອາດຫຼົງລືມຂອງທະຫານອາສາສະໝັກ ຫວຽດນາມ - ລາວ
ໃນປະຫວັດສາດ ແຫ່ງ ການພົວພັນກັບສາກົນ, ນັບແຕ່ກ່ອນມາຮອດປະຈຸບັນ, ສາຍພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ ແມ່ນແບບຢ່າງພົ້ນເດັ່ນ, ຫາຍາກໃນໂລກ. ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ, ຈາກແປວໄຟຂອງການຕໍ່ສູ້, ໄດ້ຊ່ວຍ ໃຫ້ ການພົວພັນ ຫວຽດນາມ - ລາວ ກາຍເປັນກຳລັງແຮງ, ຍາດເອົາໄຊຊະນະທີ່ຍິ່ງໃຫຍ່ໃນການປະຕິວັດຂອງ 2 ປະເທດ. ໃນໃຈຂອງບັນດານັກຮົບອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ໜູນຊ່ວຍ ລາວ ຍາມໃດກໍ່ຈົດຈຳບັນດາຊຸມວັນຕໍ່ ສູ້ ທີ່ລຳບາກ, ຮ່ວມຂຸມຄອງດຽວກັນ, ສ້າງບັນດາສິ່ງມະຫັດສະຈັນ. ຄຽງຂ້າງນັ້ນ, ຍັງມີບັນດາເລື່ອງລາວທີ່ຕື້ນຕັນໃຈກ່ຽວກັບນ້ຳໃຈສາມັກຄີ, ສັດຊື່ບໍລິສຸດລະຫວ່າງກອງທັບ, ປະຊາຊົນ 2 ປະເທດ ຫວຽດນາມ - ລາວ.
TAG
VOV/VOVworld/ປືນໃຫຍ່/ທະຫານບົກ/ແນວຮົບ/ນັກຮົບເກົ່າ/ທະຫານ