MindX - ບ່ອນຫຼໍ່ລ້ຽງຜູ້ເກັ່ງກ້າສາມາດໃຫ້ແກ່ຂົງເຂດເຕັກໂນໂລຢີ ຫວຽດນາມ
18/02/2024 04:00
(VOVWORLD) - ຫຼາຍປີຜ່ານມາ, MindX, ເຊິ່ງເປັນບໍລິສັດ startup ໃນຂົງເຂດບຳລຸງສ້າງເຕັກໂນໂລຢີໃຫ້ແກ່ສຳມະນາກອນທຸກເພດໄວຢູ່ ຫວຽດນາມ, ໄດ້ກາຍເປັນບ່ອນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງເຕັກໂນໂລຢີ. ດ້ວຍທິດນຳທີ່ວ່າ “ຄວາມສາມາດບົ່ມຊ້ອນດ້ານເຕັກໂນໂລຢີຂໍ້ມູນຂ່າວສານຂອງ ຫວຽດນາມ - ປັດໄຈມະນຸດ, ອາດສາມາດເສີມຂະຫຍາຍຢ່າງສຸດຂີດເພື່ອຮັບໃຊ້ໃຫ້ແກ່ການປະຕິວັດເຕັກໂນໂລຢີ 4.0 ແລະ ບືນຕົວອອກສູ່ໂລກ”, MindX ໄດ້ໝູນໃຊ້ຮູບແບບລະບົບນິເວດທາງເຕັກໂນໂລຢີ - ການສຶກສາແບບຮູບຈຳລອງຈາກສູນເຕັກໂນໂລຢີ ຊີລີໂຄນ ວອນເລ (Silicon Valley), ດ້ວຍຄວາມຫວັງຢາກກາຍເປັນບ່ອນກຳເນີດຂອງບັນດາແອັບຟີຼເຄຊັນ Facebook, Google ຂອງ ຫວຽດນາມ ໃນອະນາຄົດ.

MindX ເປັນບໍລິສັດ startup ໃນ ຂົງ ເຂດ ບຳ ລຸງ ສ້າງ ເຕັກ ໂນ ໂລ ຢີ ໃຫ້ ແກ່ ສຳ ມະ ນາ ກອນ ທຸກ ເພດ ໄວຢູ່ ຫວຽດ ນາມ (ພາບ: thanhnien.vn) MindX ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 2015, ລະບົບນິເວດບໍລິສັດໃນປັດຈຸບັນ ລວມມີການສຶກສາ, ເຊື່ອມຕໍ່ວຽກເຮັດງານທຳ ແລະ ສະພາບແວດລ້ອມ startup, ເຊິ່ງໃນນັ້ນ ການສຶກສາແມ່ນຂົງເຂດດຳເນີນທຸລະກິດຫຼັກແຫຼ່ງແກ່ນສານ. ໄລ່ມາຮອດປັດຈຸບັນ, ມີສຳມະນາກອນ 35.000 ຄົນ ໄດ້ຮຽນຈົບມາຈາກ MindX. ສິ່ງທີ່ໜ້າສົນໃຈແມ່ນ ບັນດາສຳມະນາກອນທີ່ມາຮຽນຢູ່ MindX ມີທັງຜູ້ອາຍຸໜຸ່ມນ້ອຍ
TAG
VOV/VOVworld/ແອັບຟຼີເຄຊັນ/ຟີຊິກສາດ/ໂລຊິກ/MindX/ເຕັກໂນໂລຢີ
Related
More








