VOV WorldVOV World
ມ່ວນ​ຊື່ນ​ກັບ​ງານ​ບຸນ ໂປນ​ໂປງ​ ຍາມຕົ້ນ​ລະ​ດູ​ບານ​ໃໝ່
17/02/2024 10:42
(VOVWORLD) - ໂປນໂປງ ແມ່ນງານບຸນທີ່ມີມາແຕ່ດົນນານຂອງພໍ່ແມ່ພີ່ນ້ອງຊາວເຜົ່າເມື່ອງ ຢູ່ແຂວງ ແທັງຮວ໊າ ໃນໂອກາດບຸນປີໃໝ່ປະຈຳຊາດ ແລະ ລະດູບານໃໝ່ວຽນມາ. ງານບຸນທີ່ເຂັ້ມຂຸ້ນໄປດ້ວຍການເຫຼື້ອມໃສນີ້ ແມ່ນການດຳເນີນຊີວິດທາງດ້ານວັດທະນະທຳທີ່ບໍ່ອາດຂາດໄດ້ຂອງພໍ່ແມ່ພີ່ນ້ອງຊາວເຜົ່າເມື່ອງ ຢູ່ທີ່ນີ້.
ມ່ວນ​ຊື່ນ​ກັບ​ງານ​ບຸນ ໂປນ​ໂປງ​ ຍາມຕົ້ນ​ລະ​ດູ​ບານ​ໃໝ່
ພໍ່ແມ່ພີ່ນ້ອງຊາວເຜົ່າເມື່ອງ ຢູ່ແຂວງ ແທັງຮວ໊າ ຍັງເອີ້ນງານບຸນ ໂປນໂປງ ວ່າ ເປັນງານບຸນຊົມດອກໄມ້, ງານບຸນຫຼິ້ນດອກໄມ້. ໃນໂອກາດຕົ້ນລະດູບານໃໝ່, ປີໃໝ່ເດືອນຈຽງ ຫຼືວັນເພັງເດືອນເດືອນ 3, ເດືອນ 7 ໄລ່ຕາມຈັນທະປະຕິທິນ, ພໍ່ແມ່ພີ່ນ້ອງຊາວເຜົ່າເມື່ອງ ກໍຈະຈັດງານບຸນນີ້. ທ່ານ ບຸ່ຍຮົ່ງຍີ, ຊາວເຜົ່າເມື່ອງ, ຕາແສງ ງອກເຊີນ, ເມືອງ ງອກຫຼັກ, ແຂວງ ແທັງຮວ໋າ, ໃຫ້ຮູ້ວ່າ: “ໃນພາສາເຜົ່າເມື່ອງ, ຄຳວ່າ “ໂປນ” ໝາຍຄວາມວ່າ ການຫຼີ້ນ, ການເຕັ້ນການຟ້ອນ; ສ່ວນຄຳວ່າ “ໂປງ” ມີຄວາມໝາຍວ່າດອກ, ດອກໄມ້. “ໂປນໂປງ” ໝາຍຄວາມວ່າ ເຕັ້ນ, ຟ້ອນອ້ອມຕົ້ນດອກໄມ້. ງານບຸນຫຼີ້ນດອກໄມ້ ໂດຍປ້າ ໄມ໋ ຫຼືມີຊື່ເອີ້ນວ່າ ເອົ ້ າໄມ໋, ເຊິ່ງເປັນຄົນມີອິດທິພົນຊື່ສຽງຢູ່ໃນບ້ານ, ເພິ່ນຮູ້ ເຮັດ ພິທີໄຫວ້ບູຊາ, ຈັດຢາປົວພະຍາດ, ຮ້ອງເພງມ່ວນ, ຟ້ອນງາມ ຈະເປັນຜູ້ດຳເນີນ. ງານບຸນນີ້ ຍັງມີຜູ້ບ່າວຜູ້ສາວມາຫຼີ້ນບຸນນຳອີກ” .
TAG
VOV/VOVworld/ງານ​ບຸນ ໂປນ​ໂປງ/​ລະ​ດູ​ບານ​ໃໝ່