VOV WorldVOV World
ງານບຸນຍາມຕົ້ນປີໃໝ່ໄດ້ຈັດຂຶ້ນຢ່າງຟົດຟື້ນມ່ວນຊື່ນ
19/02/2026 09:25
(VOVWORLD) - ງານບຸນເຕັດ ຫວຽດ ປີມະເມຍ 2026 ໄດ້ເປີດເຂດລະດູບານໃໝ່ທີ່ຮຸ່ງເຮືອງເຫຼືອງເຫຼື້ອມ, ອົບອຸ່ນ ແລະ ເຂັ້ມຂຸ້ມໄປດ້ວຍສີສັນຊາດ.
ງານບຸນຍາມຕົ້ນປີໃໝ່ໄດ້ຈັດຂຶ້ນຢ່າງຟົດຟື້ນມ່ວນຊື່ນ
(ໃນ ຊຸມ ມື ້ທຳ ອິດ ຂອງ ລະ ດູ ບານ ໃໝ່ , ບັນ ຍາ ກາດ ງານ ບຸນ ຄ ຶກ ຄ ື້ນ ນັບ ແຕ່ ພາກ ໃຕ້ ໄປ ຮອດ ພາກ ເໜືອ ) ໃນ ຊຸມ ມື ້ທຳ ອິດ ຂອງ ລະ ດູ ບານ ໃໝ່ , ບັນ ຍາ ກາດ ງານ ບຸນ ຄ ຶກ ຄ ື້ນ ນັບ ແຕ່ ພາກ ໃຕ້ ໄປ ຮອດ ພາກ ເໜືອ. ຈາກ ພື້ນທີ່ທັນ ສະ ໄໝ ຕະ ຫຼອດ ຮອດ ພິ ທີ ກຳ ບູ ຮານ , ແຕ່ ລະ ງານ ບຸນລ ້ວນ ແຕ່ ມີ ຈຸດ ທີ່ ເປັນ ເອ ກະ ລັກ ສະ ເພາະ , ທັງ ແມ່ນ ເຂດ ເພື່ອ ຄວາມບັນ ເທິງ , ພັກຜ່ອນ ຢ່ອນ ອາ ລົມ , ທັງ ນຳ ມາ ເຊິ່ງ ການ ລົງປະ ພຶດ ຕົວຈິງທີ່ໃໝ່ ອ່ຽມ ແລະ ພ້ອມກັນ ນັ້ນ ກໍ່ ແຜ່ ກະ ຈາຍ ຈຸດ ຄວາມ ງາມ ທີ່ ເປັນ ມູນ ເຊື້ອ ຂອງ ປີໃໝ່ປະຈຳຊາດ ຫວຽດນາມ (ບຸນ ເຕັດ). ຢູ່ນະຄອນ ໂຮ່ຈີມິນ, ງານບຸນເຕັດ ຫວຽດ ປີມະເມຍ 2026 ໄດ້ເປີດເຂດລະດູບານໃໝ່ທີ່ຮຸ່ງເຮືອງເຫຼືອງເຫຼື້ອມ, ອົບອຸ່ນ ແລະ ເຂັ້ມຂຸ້ມໄປດ້ວຍສີສັນຊາດ. ດ້ວຍຫົວຂໍ້ “ຄວາມງາມເມື່ອກ່ອນໃນຄວາມຮຸ່ງເຮືອງເຫຼືອງເຫຼື້ອມມື້ນີ້”, ງານບຸນໄດ້ຫວນຄືນດ້ວຍຫຼາຍຮູບພາບທີ່ລື້ງເຄີຍຂອງບຸນເຕັດ ຄື: ຖະໜົນ ອົງໂດ (ຜູ້ຂຽນຕົວໜັງສື ຫວຽດ ເດີມ), ບັນຍາກາດບຸນເຕັດປະເພນີຂອງຊາວ ຫວຽດນາມ, ພິເສດແມ່ນບຸນເຕັດຢູ່ທາງພາກໃຕ້ ຕິດພັນກັບປະຫວັດສາດ, ຮີດຄອງປະເພນີ ແລະ ການດຳລົງຊີວິດປະຈຳວັນ. ນັກສິລະປິນ ກາດເຕື່ອງ ໃຫ້ຮູ້ວ່າ: “ອ້າຍ ເອື້ອຍ ນ້ອງ ນັກ ສິ ລະ ປິນ ໄດ້ ກະ ກຽມຊຸດ ເສື້ອ ຍາວ , ນັດ ກັນ ຖ່າຍ ຮູບ ເພື່ອ ມີ ບັນ ດາ ພາບບັນ ທຶກ ຈຸດ ເວ ລາ , ຄວາມ ຊົງ ຈຳ ທີ່ດີ ກ່ອນ ທີ່ ຈະກ້າວ ເຂົ້າ ສ ູ່ ປີ ໃໝ່. ປີນີ້ ແມ່ນ ປີ ມະ ເມຍ ແລະ ຫວັງວ່າພວກ ເຮົາ ຈະ ປະສົບຜົນສຳເລັດທຸກປະການ”. ມາຢ້ຽມຢາມເຂດດິນແດນທາງພາກກາງ ເຫ້ວ ໃນຊຸມມື້ບຸນເຕັດປີມະເມຍ, ແຂກທ່ອງທ່ຽວສາມາດເຂົ້າຮ່ວມງານບຸນລະດູບານໃໝ່ ເຊິ່ງຈັດຂຶ້ນໃນ 3 ເດືອນຕົ້ນປີຢູ່ນະຄອນ ເຫ້ວ, ດ້ວຍເຂດວາງສະແດງບຸນເຕັດທີ່ເປັນມູນເຊື້ອ, ຮີດຄອງປະເພນີຕ້ອນຮັບລະດູບານໃໝ່ຂອງພາລາຊະວັງໃນເມື່ອກ່ອນ ໄດ້ສົມທົບຢ່າງກົມກຽວກັບການເຄື່ອນໄຫວວັດທະນະທຳ, ສີລະປະແຫ່ງຍຸກສະໄໝ. ສ່ວນຢູ່ ດ່ານັ້ງ, ບຸນເຕັດ ໄດ້ເຮັດໃໝ່ດ້ວຍບັນດາພື້ນທີ່ງານບຸນປະດິດຄິດສ້າງ, ເຕັມໄປດ້ວຍພະລັງຊີວິດ ແຕ່ຍັງຮັກສາຈິດໃຈວັດທະນະທຳທ້ອງຖິ່ນ. ນັບແຕ່ວັນທີ 01 ບຸນເຕັດ, ຢູ່ແຫ່ງນີ້ໄດ້ກາຍເປັນຈຸດນັດພົບຂອງແຂກທ່ອງທ່ຽວ, ຫວນຄືນບັນຍາກາດຂອງບຸນເຕັດຢູ່ພາກເໜືອ - ກາງ - ໃຕ້. ພ້ອມກັນນັ້ນ, ງານບຸນແສງສີ ແລະ ມໍລະດົກຢູ່ ດາວກີອຶກ ໂຮ້ຍອານ (ເກາະແຫ່ງຄວາມຊົງຈຳ ໂຮ້ຍອານ) ກໍ່ຈັດການເຄື່ອນໄຫວໂຄມໄຟສິລະປະທີ່ມີຂອບຂະໜາດໃຫຍ່. ທ່ານນາງ ເຈິ່ນທິທູຮວ່ຽນ, ຜູ້ອຳນວຍການຝ່າຍບໍລິຫານ ດາວກີອຶກ ໂຮ້ຍອານ, ໃຫ້ຮູ້ວ່າ: “ງານ ບຸນ ແສງ ສີ ແລະ ມໍ ລະ ດົກ ແມ່ນ ການ ປະ ສານ ສົມ ທົບ ລະ ຫວ່າງ ສີ ລະ ປະ ທີ່ ເປັນ ມູນ ເຊື້ອ , ນັ້ນ ແມ່ນ ສີ ລະ ປະ ເຮັດ ໂຄມ ໄຟ. ນອກນັ້ນ , ພວກ ຂ້າ ພະ ເຈົ້າ ໄດ້ນຳເຂົ້າ ບັນ ດາ ເຕັກ ໂນ ໂລ ຊີ ທີ່ໃໝ່ ອ່ຽມ , ຄື: ໂຄ ມ ໄຟ ຈະ ໄດ້ ເຮັດ ຮູບແບບ ໃຫຍ່ ທີ່ ສຸດ , ໄດ້ ວາງ ສະ ແດງເປັນຢ່າງດີ ແລະ ເລົ່າ ເລື່ອງ ລາວ ດ້ານ ວັດ ທະ ນະ ທຳ ປະ ຫວັດ ສາດ. ພວກ ຂ້າ ພະ ເຈົ້າ ໄດ້ ນຳ ໃຊ້ໂຄມ ໄຟ
TAG
VOV/VOVworld/ບຸນ​ເຕັດ​/​ຮຸ່ງ​ເຮືອງ/​ເຫຼືອງ​ເຫຼື້ອມ​