ນັກຮົບເວນຍາມດ່ານໜ້າ
06/06/2020 06:00
(VOVWORLD) - ເປັນຄົນທີ່ມີຮູບຮ່າງແຂງແກ່ນ, ໃບໜ້າຊົງມີຄວາມເມດຕາກະລຸນາ ແລະ ຜິວດຳແຫຼ້ຂອງແດດລົມເຂດທະເລແມ່ນຮູບພາບຂອງພັນຕີ ຫງວຽນຊວັນແມ້ງ - ຮອງຫົວໜ້າກອງພັນສູນເຮືອນຮ້ານ DK1, ຂຶ້ນກັບກອງບັນຊາການກອງທັບເຮືອເຂດ 2.
ຮັບໃຊ້ໃນກອງທັບມາເປັນເວລາກ່ວາ 30 ປີ, ນັບແຕ່ຊຸມວັນທຳອິດທີ່ຫາກໍເຂົ້າເປັນທະຫານຈົນມາຮອດປັດຈຸບັນ, ພັນຕີແມ້ງ ເຂົ້າຮ່ວມການປະຕິບັດງານໂດຍກົງໄດ້ 15 ປີຢູ່ບັນດາສູນເຮືອນຮ້ານ DK1 ຢູ່ເຂດໄຫຼ່ທະວີບທາງພາກໃຕ້ຂອງປະເທດຊາດ. ພັນຕີ ຫງວຽນຊວັນແມ້ງ - ຮອງຫົວໜ້າກອງພັນສູນເຮືອນຮ້ານ DK1 “ ແຕ່ຄາວຍັງນ້ອຍ ຂ້າພະເຈົ້າກໍ່ມັກເສື້ອທະຫານເຮືອແລ້ວ, ຂ້າພະເຈົ້າເຄົາລົບນັບຖືທະຫານເຮືອທີ່ສຸດ ແລະ ມີຄວາມໃຝ່ຝັນວ່າ ເມື່ອເຕີບໃຫຍ່ຂຶ້ນຈະຕ້ອງເຂົ້າເປັນທະຫານເຮືອ ເພື່ອປົກປັກຮັກສາທະເລໝູ່ເກາະຂອງປະເທດຊາດ. ” ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນຢູ່ ເມືອງ ກ໋ວາງເຊືອງ, ແຂວງ ແທັງຮ໊ວາ ຊຶ່ງແມ່ນເຂດທະເລທີ່ເຕັມໄປດ້ວຍນ້ຳໃຈປະຕິວັດ. ແຕ່ຄາວຍັງນ້ອຍ, ພັນຕີ ຫງວຽນຊວັນແມ້ງ ກໍ່ໄດ້ເຊື່ອມຊຶມນ້ຳໃຈຮັກຊາດ, ນ້ຳໃຈຮັກທະເລໝູ່ເກາະແລ້ວ ແລະ ມີຄວາມຄາດຫວັງຢາກນຸ່ງຊຸດເຄື່ອງແບບທະຫານເຮືອ. ປີ 1990, ອ້າຍທະຫານໜຸ່ມ ຫງວຽນຊວັນແມ້ງ ເສັງໄດ້ຄະແນນດີ ແລະ ສາມາດຮຽນໃນໂຮງຮຽນນາຍທະຫານບົກ 2. ພາຍຫລັງມານະພະຍາຍາມຮ່ຳຮຽນ ແລະ ຝຶກຝົນຫຼໍ່ຫຼອມມາເປັນເວລາ 4 ປີ, ປີ 1994 ລາວໄດ້ຮຽນຈົບຈາກໂຮງຮຽນຫຼັງດັ່ງກ່າວ ແລະ ຖືກຈັດສົ່ງໄປປະຕິບັດໜ້າທີ່ຢູ່ກອງພັນ DK1, ກອງທັບເຮືອເຂດ 2. ພັນຕີແມ້ງ ໄດ້ຫວນຄືນຄວາມຊົງຈຳທີ່ຝັງເລິກໃນດວງໃຈ ກ່ຽວກັບມື້ກ້າວຂາບາດທຳອິດຂຶ້ນສູນເຮືອນຮ້ານ. ຄາວນັ້ນ, ພັນຕີແມ້ງ ມີອາຍຸ 22 ປີ, ແຕ່ເຕັມໄປດ້ວຍຈິດໃຈຢາກຮັບໃຊ້ປະເທດຊາດຄືດັ່ງຄວາມຄາດຫວັງແຕ່ຄາວຍັງນ້ອຍ. “ ມື້ທຳອິດທີ່ຢູ່ສູນເຮືອນຮ້ານ, ນັ້ນແມ່ນສູນເຮືອນຮ້ານ DK1/9 ຢູ່ເຂດ ບາແກ່, ຂ້າພະເຈົ້າກໍ່ຍັງງົງງວາຍຢູ່, ແຕ່ຍ້ອນຄວາມເມົາມົວ ແລະ ຄວາມມຸ່ງຫວັງຢາກໄປປະຕິບັດໜ້າທີ່ຢູ່ທະເລ ຈຶ່ງມີຄວາມຕັດສິນໃຈຢ່າງສູງ, ຕົນເອງກຳນົດວ່າ ຕ້ອງປະຕິບັດໜ້າທີ່ຂອງກົມກອງກໍ່ຄືຂອງກອງທັບມອບໝາຍໃຫ້ຢ່າງສຳເລັດຜົນ, ສະນັ້ນ ຂ້າພະເຈົ້າມີຄວາມຮູ້ສຶກເປັນກຽດ ແລະ ມີຄວາມເອກອ້າງທະນົງໃຈທີ່ສຸດ. ” ໂດຍມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບທີ່ຕັ້ງ, ຄວາມສຳຄັນຂອງເຂດທະເລ DK1, ວັນທີ 05 ກໍລະກົດ 1989, ປະທານສະພາລັດຖະມົນຕີ (ປະຈຸບັນແມ່ນນາຍົກລັດຖະມົນຕີ) ໄດ້ຕັດສິນໃຈກໍ່ສ້າງກຸ່ມເສດຖະກິດ - ວິທະຍາສາດ - ການບໍລິການ, ຂຶ້ນກັບເຂດທະເລ ບາເຣຍ - ຫວູງເຕົາ (ເອີ້ນຫຍໍ້ແມ່ນສູນເຮືອນຮ້ານ DK1) ເພື່ອແນໃສ່ສ້າງປາພະຄານ, ສູນອຸຕຸນິຍົມອຸທົກກະສາດ, ສູນຄົ້ນຄວ້າວິທະຍາສາດກ່ຽວກັບທະເລ ແລະ ສະໜອງການບໍລິການພະລາທິການໃຫ້ແກ່ອາຊີບຫາປາ. ປະຕິບັດໜ້າທີ່ຢູ່ສູນເຮືອນຮ້ານແມ່ນພະນັກງານ, ນັກຮົບກອງພັນ DK1, ກອງທັບເຮືອເຂດ 2. ພັນຕີ ແມ້ງ ແບ່ງປັນວ່າ: ເຖິງວ່າຢູ່ໄກກັບເຂດດິນຕໍ່ແຜ່ນ, ປະສົບກັບຄວາມຫຍຸ້ງຍາກກໍ່ຕາມ ແຕ່ລາວ ແລະ ເພື່ອນຮ່ວມກົມກອງ ຍາມໃດກໍ່ກຳນົດວ່າ ຕ້ອງມີຄວາມອຸ່ນອ່ຽງກຸ່ມທ່ຽງ, ມີຄວາມປະເອີບໃຈໃນການດຳລົງຊີວິດ, ຮັກແພງຊີວິດ. “ ປະຕິບັດງານຢູ່ສູນເຮືອນຮ້ານແມ່ນໜ້າທີ່ພິເສດສະເພາະ, ໜ້າທີ່ສັກກາລະບູຊາ, ສູງສົ່ງຂອງທະຫານລຸງໂຮ່. ນອກຈາກບັນດາໜ້າທີ່ ຊື່ງພວກຂ້າພະເຈົ້າໄດ້ປະຕິບັດນັ້ນ ຍັງມີການເຄື່ອນໄຫວທີ່ເປັນປະໂຫຍດຄື: ອອກກຳລັງກາຍ, ວັດທະນະທຳ, ສະແດງສິລະປະ, ປູກຜັກ, ຕຶກປາ, ພິເສດແມ່ນຂະບວນການເຝິກແອບຮ່າງກາຍ, ເຝິກແອບເຈດຈຳນົງ, ຄວາມທົນທານຕໍ່ກັບຄື້ນລົມແຮງ ເພື່ອປົກປັກຮັກສາອະທິປະໄຕຂອງປະເທດຊາດໃຫ້ໝັ້ນຄົງ. ” ສູນເຮືອນຮ້ານ DK1 ຍັງແມ່ນບ່ອນອີງທີ່ໝັ້ນຄົງ ໃຫ້ແກ່ຊາວປະມົງອອກໄປຫາປາຢູ່ໄກຝັ່ງ ໃນທ່າມກາງທະເລທີ່ກ້ວາງໃຫຍ່ໄພສານນັ້ນ, ບັນດາສູນເຮືອນຮ້ານ DK1 ຍັງແມ່ນບ່ອນອີງທີ່ໝັ້ນຄົງ ໃຫ້ແກ່ຊາວປະມົງອອກໄປຫາປາຢູ່ໄກຝັ່ງ, ກຽມພ້ອມໃຫ້ການຊ່ວຍເຫຼືອ, ລຳລຽງ, ກູ້ໄພກູ້ຊີບຊາວປະມົງອອກໄປຫາສິນທະເລທີ່ປະສົບກັບເຄາະຮ້າຍ. ພິເສດແມ່ນໃນຍາມອາກາດມີຄື້ນຍັກລົມແຮງ. ພັນຕີ ຫງວຽນຊວັນແມ້ງ ໃຫ້ຮູ້ວ່າ: ນ້ຳໃຈທະຫານປະຊາຊົນລະຫວ່າງສູນເຮືອນຮ້ານ ແລະ ຊາວປະມົງຄືປາກັບນ້ຳ, ທະຫານກັບປະຊາຊົນມີຄວາມຮັກແພງອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ນັ້ນແມ່ນມູນເຊື້ຶ້ອ ທີ່ລຸ້ນພໍ່ລຸ້ນອ້າຍ ນັບແຕ່ກ່ອນຈົນມາຮອດປັດຈຸບັນ ລ້ວນແຕ່ວ່າກອງທັບແມ່ນກຳເນີດມາຈາກປະຊາຊົນ, ພວກຂ້າພະເຈົ້າໄດ້ເຊື່ອມຊຶມ ແລະ ເຮັດສິ່ງດັ່ງກ່າວໃຫ້ເປັນຢ່າງດີທີ່ສຸດນັ້ນ. “ເມື່ອປະຊາຊົນປະສົບກັບເຄາະຮ້າຍ, ພວກຂ້າພະເຈົ້າພ້ອມແລ້ວທີ່ຈະສະໜອງຢຸກຢາ, ສະບຽງອາຫານ, ເຮັດຈົນສຸດຄວາມສາມາດຂອງຕົນ, ນັບຖືກັນເປັນອ້າຍນ້ອງໃນຄອບຄົວດຽວ, ອ້າຍນ້ອງອູ້ມຊູຊ່ວຍເຫຼືອກັນ. ສະນັ້ນ, ຊາວປະມົງອອກໄປຫາສິນທະເລ, ພິເສດແມ່ນຢູ່ເຂດສູນເຮືອນຮ້ານ ແມ່ນມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມເຄົາລົບຮັກແພງອ້າຍນ້ອງທະຫານສູນເຮືອນຮ້ານທີ່ສຸດ.” ເຖິງວ່າບໍ່ແມ່ນລຸ້ນທຳອິດກໍ່ຕາມ, ແຕ່ກໍ່ມີຄວາມຜູກພັນກັບສູນເຮືອນຮ້ານມາເປັນເວລາຫລາຍປີ. ສະນັ້ນ, ພັນຕີຫງວຽນຊວັນແມ້ງ ຍາມໃດກໍ່ຖືສູນເຮືອນຮ້ານແມ່ນເລືອດເນື້ອ, ແມ່ນລົມຫາຍໃຈ, ແມ່ນຊີວິດອີນຊີຂອງຕົນ; ແມ່ນເຂດນ້ຳແດນດິນຂອງປະເທດຊາດ. ໃນບົດບາດເປັນພະນັກງານຂັ້ນບັນຊາ, ພັນຕີແມ້ງ ຍາມໃດກໍ່ມີຄວາມຫວັງຢາກຖ່າຍທອດບັນດາບົດຮຽນຕົວຈິງ, ສ້າງກຳລັງໜູນໃຫ້ແກ່ບັນດາລຸ້ນນັກຮົບໜຸ່ມ, ເພື່ອໃຫ້ເຂົາເຈົ້າມີກຳລັງໜູນຕື່ມອີກ ເພື່ອສືບທອດມູນເຊື້ອຂອງສູນເຮືອນຮ້ານ DK1, ກອງທັບເຮືອເຂດ 2 ເວົ້າສະເພາະ ແລະ ມູນເຊື້ອຂອງກອງທັບເຮືອ ຫວຽດນາມ ເວົ້າລວມ. “ ບັນດາເພື່ອນຮ່ວມກົມກອງ, ນັກຮົບໜຸ່ມໄປປະຕິບັດໜ້າທີ່ຢູ່ສູນເຮືອນຮ້ານ ຕ້ອງມີຄວາມພ້ອມໃນການແກ້ໄຂທຸກຄວາມຫຍຸ້ງຍາກ, ຕັ້ງໜ້າຮ່ຳຮຽນຝຶກຝົນຫຼໍ່ຫຼອມ. ພິເສດແມ່ນ ຕ້ອງຍົກສູງຈິດໃຈປະຕິວັດ, ຝຶກຝົນຫຼໍ່ຫຼອມຄຸນນະທາດການສູ້ຮົບ, ສຸດອົກສຸດໃຈ ແລະ ມີຄວາມຮັບຜິດຊອບຕໍ່ປະເທດຊາດ. ບໍ່ຫວັ່ນໄຫວ, ຄອນແຄນຕໍ່ຄວາມທຸກຍາກລຳບາກ, ຕ້ອງເຮັດເພື່ອທຸກຄົນ, ຕົນເອງມີຊີວິດຕ້ອງປົກປັກຮັກສາປະເທດຊາດ ເພື່ອໃຫ້ປະເທດຊາດຍືນຍົງຄົງຄົວ, ຄຽງບ່າຄຽງໄຫລ່, ເທົ່າທຽມກັບບັນດາປະເທດມະຫາອຳນາດໃນ 5 ທະວີບ ຄືດັ່ງຄຳເວົ້າຂອງລຸງໂຮ່. ” ໂດຍມີຄວາມຜູກພັນກັບທະເລໝູ່ເກາະ, ອຸທິດສ່ວນມາໄດ້ 30 ກ່ວາປີ, ພັນຕີຫງວຽນຊວັນແມ້ງ ໄດ້ຮັບຫຼຽນໄຊວິລະກຳເພື່ອພາລະກິດທະເລໝູ່ເກາະ (ຊັ້ນ 2 ແລະ ຊັ້ນ 3) ໂດຍປະທານປະເທດມອບໃຫ້ ແລະ ໄດ້ຮັບໃບຍ້ອງຍໍ, ນັບຮົບແຂ່ງຂັນຂັ້ນຮາກຖານຫລາຍໃບ ໂດຍກອງທັບເຮືອ ຫວຽດນາມ ມອບໃຫ້./.
TAG
VOV/VOVworld/ນັກຮົບ/ເວນຍາມດ່ານໜ້າ/ສູນເຮືອນຮ້ານ DK1
Related








