ສີສັນລະດູບານໃໝ່ສະແດງອອກຜ່ານກີ່ຕ່ຳຫູກຂອງຊາວເຜົ່າ ເອເດ
08/02/2025 02:00
(VOVWORLD) - ຊາວເຜົ່າ ເອເດ ຢູ່ ດັກລັກ ມີຊີວິດວັດທະນະທຳທີ່ເປັນເອກະລັກ ແລະ ອຸດົມສົມບູນ, ໄດ້ຮັບການສະແດງຜ່ານກິດຈະກຳງານບຸນ, ສະຖາປັດຕະຍາກຳ, ລວດລາຍໃນຜະລິດຕະພັນສິລະປະຫັດຖະກຳ, ເຄື່ອງໃຊ້ສອຍພາຍໃນເຮືອນ… ໜຶ່ງໃນບັນດາຈຸດທີ່ເປັນເອກະລັກສະເພາະຂອງສິລະປະສ້າງລວດລາຍຂອງຊາວເຜົ່າ ເອເດ ແມ່ນເຕັກນິກການສ້າງລວດລາຍໃນແຜ່ນແພ, ບັນດາຜືນຜ້າແພພື້ນເມືອງມີຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ແມ່ນຄວາມເອກອ້າງທະນົງໃຈຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ ເຕີຍງວຽນ. ໃນທ່າມກາງບັນຍາກາດຂອງລະດູບານໃໝ່ ເຊີນທ່ານຕິດຕາມບົດຂຽນ “ສີສັນລະດູບານໃໝ່ໃນກີ່ຕ່ຳຫູກແຜ່ນແພພື້ນເມືອງຂອງຊາວເຜົ່າ ເອເດ” ເພື່ອຊອກຮູ້ກ່ຽວກັບວິທີແມ່ຍິງເຜົ່າ ເອເດ ອະນຸລັກຮັກສາ ແລະ ເສີມຂະຫຍາຍອາຊີບຕ່ຳຫູກທີ່ເປັນມູນເຊື້ອຂອງເຜົ່າຕົນ.

ໃນຊຸມວັນຕົ້ນລະດູບານໃໝ່, ໃນຍາມມີເວລາຫວ່າງບໍ່ຂ້ອງຄາກັບວຽກໄຮ່ການນາ, ປ້າ H’Lep Nie ຢູ່ບ້ານ Buor, ຕາແສງ ຮວ່າຊວັນ, ນະຄອນ ບວນມາທວດ ພັດນັ່ງມົວເມົາໃນກີ່ຕ່ຳຫູກ. ປ້າພວມຕ່ຳລວດລາຍທີ່ແປກໃໝ່ໃສ່ຜ້າຫົ່ມ. ປ້າແບ່ງປັນວ່າ: “ຊາວ ເອເດ ມີຫຼາຍລວດລາຍທີ່ແຕກຕ່າງກັນ ແຕ່ດຽວນີ້ ຂ້າພະເຈົ້າພວມ ຊອກ ຮຽນຮູ້ບັນດາລວດລາຍໃໝ່ຕື່ມອີກ, ເຖິງວ່າ ເຮົາມີອາຍຸສູງແລ້ວ ແຕ່ກໍຍັງຢາກຮູ້ ຕື່ມໃຫ້ ຫຼາຍກວ່າອີກ, ສະນັ້ນ ຂ້າພະເຈົ້າຍັງຄົງຈົດທະບຽນເຂົ້າຮ່ວມຊຸດຮຽນຕ່ຳຫູກ”.
TAG
VOV/VOVworld/ແຜ່ນແພພື້ນເມືອງ/ຕ່ຳຫູກ/ສິລະປະຫັດຖະກຳ
Related
More








