ໄທ ຊຸກຍູ້ບັນດາການເຄື່ອນໄຫວເຊື່ອມຕໍ່ການສຶກສາກັບ ຫວຽດນາມ
24/03/2024 04:00
(VOVWORLD) - ນັບແຕ່ເວລາຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ຫວຽດນາມ ແລະ ໄທ ໄດ້ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານການສຶກສາບຳລຸງສ້າງ. ບັນດາການເຄື່ອນໄຫວເຊື່ອມຕໍ່ການສຶກສາ ລະຫວ່າງສອງປະເທດ ຄືຈັດການໂອ້ລົມສົນທະນາກ່ຽວກັບການສຶກສາ, ບັນດາບົດບັນທຶກຊ່ວຍຈຳລະຫວ່າງ ວິສາຫະກິດ ໄທ ກັບບັນດາມະຫາວິທະຍາໄລຂອງ ຫວຽດນາມ, ສະໜອງທຶນການສຶກສາໃຫ້ແກ່ນັກສຶກສາ… ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການຊຸກຍູ້ການຮ່ວມມືດ້ານການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງທັງສອງປະເທດ.

ພິທີລົງນາມບົດບັກທຶກຊ່ວຍຈຳລະຫວ່າງກຸ່ມບໍລິສັດຈຳກັດ ວັດສະດຸກໍ່ສ້າງ ຊີແມງ SCG ຫວຽດນາມ ກັບ ມະຫາວິທະຍາໄລ ສັບພະວິຊາ ນະຄອນ ໂຮ່ຈີມີນ (ພາບ: tuoitrethudo.com.vn)
TAG
VOV/VOVworld/ຫວຽດນາມ/ໄທ/ການພົວພັນ
Related








