VOV WorldVOV World
Aris - ເລົ່າເລື່ອງກ່ຽວກັບ ຫວຽດນາມ ຜ່ານທັດສະນະຂອງ ອິນໂດເນເຊຍ
30/11/2025 09:11
(VOVWORLD) - ນັບແຕ່ປີ 2017 ມາຮອດປະຈຸບັນ, Aris ໄດ້ຕິດພັນກັບວຽກງານໂຄສະນາ ຫວຽດນາມ ຢູ່ຕະຫຼາດ ອິນໂດເນເຊຍ.
Aris - ເລົ່າເລື່ອງກ່ຽວກັບ ຫວຽດນາມ ຜ່ານທັດສະນະຂອງ ອິນໂດເນເຊຍ
ທ່າມ ກາງ ການ ດຳ ລົງ ຊີ ວິດ ທີ່ອຶກ ກະ ທຶກ ຄຶກ ໂຄມຂອງ ຮ່າ ໂນ້ຍ , ມີ ອ້າຍບ່າວ ອິນ ໂດ ເນ ເຊຍ ຄົນ ໜຶ່ງ ໄດ້ ເລົ່າ ເລື່ອງ ກ່ຽວ ກັບ ຫວຽດ ນາມ ແບບ ງຽບ ໆ ຕາມ ວິ ທີ ທ ສະເພາະ ຂອງຕົນ : ຜ່ານ ກ້ອງ ຖ່າຍ ຮູບ , ຜ່ານ ບັນ ດາ ເຍື່ອງ ອາ ຫານ ຫວຽດ ນາມ , ບັນ ດາ ຮ້ານ ກາ ເຟຢ ູ່ ໃຈ ກາງ ນະ ຄອນ ແລະ ສິ່ງ ທີ ່ ລຽບ ງ່າຍ ໃນຊີ ວິດ ປະ ຈຳ ວັນ … Aris Setiawan, ອາ ຍຸ 40 ປີ , ເປັນ ເຈົ້າຂອງ ຊ່ອງ Youtube “ArisVenture” ໄດ້ ດ ຳ ລົງ ຊີ ວິດ ຢູ່ ຫວຽດ ນາມ ເປັນ ເວ ລາເກືອບ 10 ປີ . ດ້ວຍ ຄວາມ ຮັກ ທີ່ ຈິງ ໃຈ , Aris ບໍ່ ພຽງ ແຕ່ ຖື ຫວຽດ ນາມ ແມ່ນ ບ້ານ ເກີດ ເມືອງນອນ ແຫ່ງ ທີ 2 ຂອງ ຕົນ ເທົ່າ ນັ້ນ , ຫາກ ຍັງ ກາຍເປັນ ຂົວ ເຊື່ອມ ຕໍ່ ດ້ານ ວັດ ທະ ນະ ທຳ , ນຳ ຮູບ ພາບ ປະ ເທດ ຫວຽດ ນາມ ເຂົ້າ ໃກ້ ກັບ ຊາວ ອິນ ໂດ ເນ ເຊຍ ກວ່າ ອີກ . ໃນຄຼິບຍາວເກືອບ 6 ນາທີ, ບັນດາຮູບພາບທີ່ລື້ງເຄີຍ, ຄື: ໜອງຮ່ວານກ໋ຽມ ໃນຍາມຮຸ່ງເຊົ້າ, ໂບດໃຫຍ່, ຖ້ວຍເຟີ ຫຼີກວັກຊື… ນັ້ນ Aris ໄດ້ແນະນຳຢ່າງຊື່ກົງ, ຊ່ວຍໃຫ້ຜູ້ຊົມສາມາດຮູ້ສຶກໄດ້ເຖິງບັນຍາກາດຢູ່ ຮ່າໂນ້ຍ. ນີ້ແມ່ນຄຼິບພົ້ນເດັ່ນທີສຸດຂອງຊ່ອງ Youtube “ArisVenture” ດ້ວຍຜູ້ເຂົ້າຊົມຫຼາຍທີ່ສຸດນັບພັນ ເທື່ອຄົນ ພ້ອມກັບຄຳຄິດເຫັນນັບເປັນຮ້ອຍ ຈາກຜູ້ຊົມ ອິນໂດເນເຊຍ ເລື່ອງລາວຂອງ Aris ກ່ຽວກັບ ຫວຽດນາມ ແມ່ນເລີ່ມແຕ່ປີ 2016 ເມື່ອ Aris ໄດ້ຮັບຄຳເຊີນຂອງພໍ່ລ້ຽງທີ່ເຊີນມາຢ້ຽມຢາມ ຮ່າໂນ້ຍ. ກ່ອນໜ້ານັ້ນ, ກໍເຊັ່ນດ່ຽວກັບຊາວ ອິນໂດເນເຊຍ ຫຼາຍຄົນ, Aris ພຽງແຕ່ຮູ້ຈັກເຖິງ ຫວຽດນາມຜ່ານບັນດາເລື່ອງລາວກ່ຽວກັບສົງຄາມ. ແຕ່, ຮ່າໂນ້ຍ ໄດ້ສ້າງຄວາມຕົກສະເງີ້ໃຫ້ແກ່ລາວ. “ ຮ່າ ໂນ້ຍ ໄດ້ ພາ ໃຫ້ ຂ້າ ພະ ເຈົ້າ ຕົກ ສະ ເງີ້ . ຂ້າ ພະ ເຈົ້າ ຮູ້ ສຶກ ໄດ້ຄວາມ ສັນຕິສຸກ, ນັ້ນແມ່ນ ການ ດຳ ລົງ ຊີ ວິດ ແບບລຽບງ່າຍ ຂອງ ປະ ຊາ ຊົນ ຢ່ ູ ທີ່ນີ້ , ມັນ ແຕກ ຕ່າງ ກັນ ກັບ ບັນ ດາ ນະ ຄ ອນ ຫຼວງ ຂອງ ປະ ເທດ ອື່ນ ໆ ທີ່ ຂ້າ ພະ ເຈົ້າ ໄດ້ ໄປ ຢາມ . ສິ່ງ ດັ່ງ ກ່າວ ເຮັດ ໃຫ້ ຂ້າ ພະ ເຈົ້າ ຮູ້ ສຶກ ສະ ບາຍ ໃຈ ແລະ ສະໜິດ ຕິດ ພັນ ກັບ ຮ່າໂນ້ຍ ”. ກໍ່ຍ້ອນຄວາມຮູ້ສຶກນັ້ນໄດ້ເຮັດໃຫ້ Aris ຢູ່ ຫວຽດນາມ ແລະ ເລີ່ມດຳລົງຊີວິດຢູ່ ຮ່າໂນ້ຍ. ນັບແຕ່ປີ 2017 ມາຮອດປະຈຸບັນ, Aris ໄດ້ຕິດພັນກັບວຽກງານໂຄສະນາ ຫວຽດນາມ ຢູ່ຕະຫຼາດ ອິນໂດເນເຊຍ. Aris ພວມປະກອບສ່ວນໂຄສະນາຮູບພາບ ຫວຽດນາມ ປະເທດທີ່ເປັນມິດ, ດຶງດູດໃຈ ແລະ ປອດໄພເຖິງແຂກທ່ອງທ່ຽວ ອິນໂດເນເຊຍ. “ ຂ້າ ພ ະ ເຈົ້າຢາກ ໃຫ້ ຊາວ ອິນ ໂດ ເນ ເຊຍ ເຫັນ ໄດ້ ວ່າ ຫວຽດ ນາມ ບໍ່ ພຽງ ແຕ່ ແມ່ນ ປ ະ ເທດ ທີ່ສວຍ ງາ ມ ເທົ່າ ນັ້ນ , ຫາກ ຍັງ ແມ່ນ ແຫ່ງ ທີ່ ເຂົາ ເຈົ້າ ສາມາດ ຮູ້ ສຶກ ຄື ດັ່ງ ຢ ູ່ ໃນ ບ້ານຂອງ ຕົນ . ຂ້າ ພະ ເຈົ້າ ຢາກ ໃຫ ້ ເຂົາ ເຈົ້າ ເຫັນ ໄດ້ ວ່າ ຫວຽດ ນາມ ແມ່ນ ປະ ເທດ ທີ່ ສັນຕິສຸກ , ພັດ ທະ ນາ ແລະ ປອດ ໄພ . ນັ້ນ ແມ່ນ ວຽກ ງານ ໂຄ ສະ ນາ ຂອງ ຂ້າ ພະ ເຈົ້າ ”. ໃນໄລຍະຖືກຈຳກັດບໍລິເວນ ຍ້ອນໂຄວິດ - 19 ໄດ້ເຮັດໃຫ້ການເຄື່ອນໄຫວທ່ອງທ່ຽວຖືກຢຸດສະງັກ. ແລະກໍ່ໃນໄລຍະນັ້ນ, Aris ໄດ້ມີແນວຄວາມຄິດສ້າງຊ່ອງ Youtube ສະເພາະຂອງຕົນທີ່ມີຊື່ວ່າ “ArisVenture” ເພື່ອແນະນຳປະເທດ ຫວຽດນາມ ເຖິງປະຊາຄົມຊາວ ອິນໂດເນເຊຍ. “ ຂ້າ ພະ ເຈົ້າ ເຄີຍ ປະ ສົບ ກັບ ຄວາມ ຫຍຸ້ ງ ຍາກ ເມື່ອ ເລີ່ມ ດຳ ລົງ ຊີ ວິດຢ ູ່ ຫວຽດ ນາມ , ຈາກ ຄວາມແຕກ ຕ່າງ ດ້ານ ພາ ສາ , ອາ ຫານ ການ ກິນ ແລະ ບັນ ດາ ເຍື່ອງ ອາ ຫານ ທ້ອງ ຖິ່ນ , ຕະ ຫຼອດ ຮອດ ຄວາມ ຮູ້ ດ້ານ ວັດ ທະ ນະ ທຳ , ຮີດ ຄອງ ປະ ເພ ນີ ຂອງ ຊາວ ຫວຽດ ນາມ . ແຕ່ ຜ່ານ ການດຳລົງຊີວິດ ຕົວ ຈິງນັ້ນ ໄດ້ ກາຍ ເປັນ ແຮງ ບັນ ດານ ໃຈ ເພື່ອ ໃຫ້ ຂ້າ ພະ ເຈົ້າ ຖ່າຍ ຄຼິບ , ຊ່ວຍ ໃຫ້ ແຂກ ທ່ອງ ທ່ຽວ ອິນ ໂດ ເນ ເຊຍ ສາ ມາດ ເຊື່ອມໂຍງ ໄດ້ຢ່າງ ງ່າຍກວ່າ ເມື່ອ ມາ ຢ້ຽມຢາມ ຫວຽດ ນາມ ”. ບັນດາຄຼິບຂອງ Aris ແມ່ນຮູບພາບທີ່ລຽບງ່າຍ, ເປັນຈິງ ແຕ່ໄດ້ດຶງດູດຄວາມສົນໃຈຈາກປະຊາຄົມຊາວ ອິນໂດເນເຊຍ ແລະ ຊາວ ຫວຽດນາມ ເປັນຈຳນວນຫຼາຍ. ເຂົາເຈົ້າໄດ້ສົ່ງຂໍ້ຄວາມສະແດງຄວາມຂອບໃຈ, ຊ້ຳບໍ່ໜຳຍັງຖາມຕື່ມກ່ຽວກັບບ່ອນຢູ່, ບ່ອນກິນ, ການໄປມາອີກດ້ວຍ. ມີບາງຄຳເຫັນແບ່ງປັນວ່າ ຊ່ອງ Youtube ນີິ້ໄດ້ຊ່ວຍໃຫ້ເຂົາເຈົ້າມີຄວາມອຸ່ນອຽນໃຈກວ່າ ເມື່ອວາງແຜນໄປທ່ອງທ່ຽວຢູ່ ຫວຽດນາມ, ໂດຍສະເພາະແມ່ນຜູ້ເຊື່ອຖືສາສະໜາ ອິດສະລາມ. “ ຊາວ ອິນ ໂດ ເນ ເຊຍ ສ່ວນ ຫຼາຍ ແມ່ນ ເຊື່ອ ຖື ສາ ສະ ໜາ ອິດ ສະ ລາມ , ສະ ນັ້ນ , ເມື່ ອ ຢາກ ໄປ ທ່ອງ ທ່ຽວ ຫວຽດ ນາມ , ພວກ ຂ້າ ພະ ເຈົ້າ ຕ້ ອງ ຊອກ ຮູ້ ຢ່າງ ລະ ອຽດ ລະ ອ ໍ ຜ່ານ ໝູ່ເພື່ອນ , ຊອກ ຫາ ຜ່ານ ສື່ ສັງ ຄົມ . ບັງ ເອີນ ທີ່ ຂ້າພະເຈົ້າໄດ້ຮູ້ຊ່ອງ Youtube ArisVenture, ເຈົ້າ ຂອງ ຊ່ອງນີ້ ໄດ້ ມີ ຄຳແນະ ນຳ ທີ່ ເປັນ ປະ ໂຫຍດ , ເຍື່ອງ ໃດ ແມ່ນ ອາ ຫານ Halal, ເຍື່ອງ ໃດ ທີ່ ສາ ມາດ ຊື້ ມາ ເປັນ ຂອງ ຕ້ອນ …” “ ຂ້າ ພະ ເຈົ້າ ແມ່ນ ຜູ້ ນຳ ທ່ຽວ ຊາວ ອິນ ໂດ ເນ ເຊຍ . ຂ້າ ພະ ເຈົ້າຊອ ກ ເຫັນຊ່ອງ Youtube ArisVenture ເມື່ອ ໄປ ຊ ອກ ຫາ ຄຼິບ ຮຽນ ພາ ສາ ອິນ ໂດ ເນ ເຊຍ ຜ່ານ ອິນ ເຕີ ເນ ັດ . ຜ່ານ ບັນ ດາ ຄຼິບນັ້ນ , ນອກ ຈາກ ໄດ້ຮ່ຳ ຮຽນ ພາ ສາ ແລ້ວ , ຂ້າ ພະ ເຈົ້າ ຍັງ ຮຽນ ໄດ້ ວິ ທີ ສັງ ເກດ ທີ່ ແຕກ ຕ່າງ ກ່ຽວ ກັບ ຫວຽດ ນາມ ຜ່ານ ທັດສະນະ ຂອງ ຊາວ ຕ່າງ ປະ ເທດ ຄື Aris”. ຮຸ່ງເຊົ້າມື້ໜຶ່ງ, ໃນຮ່ອມບ້ານນ້ອຍໆຂອງ ຮ່າໂນ້ຍ, Aris ໄດ້ຢຸດຢູ່ຮ້ານຂາຍຜັກທີ່ລື້ງເຄີຍ. ສຽງຈ່າວຂາຍ, ສຽງເວົ້າຈາ, ສຽງລົດຈັກ ພ້ອມກັບຮອຍຍີ້ມເປັນມິດຂອງປະຊາຊົນທີ່ໄດ້ບັນທຶກໄວ້ໃນກອງຖ່າຍສ່ວນຕົວຂອງຊາວຕ່າງປະເທດຜູ້ນັ້ນ, ແມ່ນຂໍ້ມູນໃຫ້ຊ່ອງ Youtube ທັງເປັນການບັນທຶກໄວ້ຊຸມວັນ, ເດືອນ, ປີທີ່ເຕັມໄປດ້ວຍຄວາມຊົງຈຳຂອງ Aris ຢູ່ ຫວຽດນາມ. 
TAG
VOV/VOVworld/​ບັນທຶກ/​ກອງ​ຖ່າຍ/​ສ່ວນ​ຕົວ/​ຂໍ້ມູນ