VOV WorldVOV World
ແມ່ຍິງ ອາຊຽນ ກັບວິວັດທະນາການເຊື່ອມໂຍງ
19/10/2012 08:21
ພົວພັນ​ແລກປ່ຽນ​ວັດທະນະທຳ ອາຫານ​ການ​ກິນ​ພື້ນ​ເມືອງ​ຂອງ​ຊາດ ພາຍ​ໃຕ້​ຫົວ​ຂໍ້​ວ່າ: Contact Morning ​ໂດຍ​ບັນດາ​ປະ​ເທດ​ສະມາຊິກ ສະມາຄົມ​ແມ່ຍິງ ອາ​ຊຽນ ປະຈຳ ນະຄອນຫລວງ ຢາ​ກາກ​ຕາ ຂອງ​ປະ​ເທດ ອິນ​ໂດ​ເນ​ເຊຍຈັດ​ຕັ້ງ​ຂຶ້ນ ​ໃນ​ວັນ​ທີ 12/10 ຜ່ານ​ມາ
ແມ່ຍິງ ອາຊຽນ ກັບວິວັດທະນາການເຊື່ອມໂຍງ
(vovworld) - ການ​ຮ່ວມ​ມື ​ແລະ ຮ່ວມ​ສຳພັນ ອາ​ຊຽນ ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃຫມ່, ດ້ວຍ​ບັນດາ​ບາດກ້າວ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​ກ່ຽວກັບຄຸນ​ນະພາ​ບ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ກາຍ​ເປັນ​ປະຊາ​ຄົມ​ສະຫນິດຕິດ​ພັນທາງ​ດ້ານ​ການ​ເມືອງ, ​ ດ້ານ​ເສດຖະກິດເຂັ້ມ​ແຂງ​ ​ແລະ​ ອຸ້ມ​ຊູ​ຊ່ວ​ຍ​ເຫລືອ​ເຊິ່ງກັນ ​ແລະ ກັນ​, ​ແບ່ງ​ປັນ​ໃນ​ທຸກ​ຂົງ​ເຂດ,​​ໃນ​ນັ້ນ ມີ​ວັດທະນະທຳ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ປີ 2015. ​ໃນ​ວິວັດ​ການ​ນັ້ນ, ປະຊາຊົນ​ບັນດາ​ປະ​ເທດ ອາ​ຊຽນ ຈະ​ໄດ້​ດຳລົງ​ຊີວິດ​ໃນຄວາມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມປອງ​ດອງ​ຊາດ, ​ໄດ້​​ສ້າງ​ເງື່ອນ​ໄຂ​ພັດທະ​ແບບ​ຍືນ​ຍົງ ​ແລະ ວັດທະນາ​ຖາວອນ​ໃນ​ພື້ນຖານ​ວັດທະນະທ​ຳ​ເປີດ, ດ້ວຍ​ຄຸນຄ່າ ​ແລະ ສີສັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ໄດ້​ຮັບ​ການ​ຮັກສາ ​ແລະ ​ເຄົາ​ລົບ​. ນັ້ນ​ກໍ​ແມ່ນ​ຈຸດປະສົງ​ຂອງ​ການ​ພົວພັນ​ແລກປ່ຽນ​ວັດທະນະທຳ ອາຫານ​ການ​ກິນ​ພື້ນ​ເມືອງ​ຂອງ​ຊາດ ພາຍ​ໃຕ້​ຫົວ​ຂໍ້​ວ່າ: Contact Morning ​ໂດຍ​ບັນດາ​ປະ​ເທດ​ສະມາຊິກ ສະມາຄົມ​ແມ່ຍິງ ອາ​ຊຽນ ປະຈຳ ນະຄອນຫລວງ ຢາ​ກາກ​ຕາ ຂອງ​ປະ​ເທດ ອິນ​ໂດ​ເນ​ເຊຍຈັດ​ຕັ້ງ​ຂຶ້ນ ​ໃນ​ວັນ​ທີ 12/10 ຜ່ານ​ມາ.
TAG
ອາຫານການກິນ

More