VOV WorldVOV World
ເພິ່ມ​ທະ​ວິ​ການ​ເຊື່ອມ​ຕໍ່ ອາ​ຊຽນ ໃນ​ການ​ຊຸກ​ຍູ້​ເສດ​ຖະ​ກິດ​​ສ້າງສັນ
29/12/2024 15:32
(VOVWORLD) - ໃນສອງທົດສະວັດຜ່ານມາ, ບັນດາປະເທດ ອາຊີ ກໍຄື ອາຊຽນ ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນຄວາມມານະພະຍາຍາມໃນການຊຸກຍູ້ຂະແໜງອຸດສາຫະກຳສ້າງສັນ, ປະກອບສ່ວນເຂົ້າໃນການເຕີບໂຕ ແລະ ພັດທະນາເສດຖະກິດຂອງພາກພື້ນ. ນີ້ແມ່ນຂໍ້ສັງເກດຂອງບັນດານັກຊ່ຽວຊານເຂົ້າຮ່ວມກອງປະຊຸມສຳມະນາ “ໄທ ແລະ ພື້ນຖານເສດຖະກິດສ້າງສັນ ອາຊຽນ” ຈັດຂຶ້ນໃນໄລຍະຜ່ານມາ ຢູ່ບາງກອກ, ປະເທດໄທ, ຢັ້ງຢືນຄວາມສຳຄັນຂອງການເພີ່ມທະວີການເຊື່ອມຕໍ່ ອາຊຽນ ໃນການຊຸກຍູ້ພື້ນຖານເສດຖະກິດສ້າງສັນ - ກຳລັງໜູນເຕີບໂຕເສດຖະກິດຫຼັກແຫຼ່ງຂອງໂລກຫຼາຍກວ່າອີກ.
ເພິ່ມ​ທະ​ວິ​ການ​ເຊື່ອມ​ຕໍ່ ອາ​ຊຽນ ໃນ​ການ​ຊຸກ​ຍູ້​ເສດ​ຖະ​ກິດ​​ສ້າງສັນ
ໃນກອງປະຊຸມສໍາມະນາ, ບັນດານັກຊ່ຽວຊານແຖວໜ້າໃນຂົງເຂດເສດຖະກິດສ້າງສັນຈາກບັນດາປະເທດ ອາຊຽນ, ຈີນ, ສ.ເກົາຫຼີ ແລະ ອາເມລິກາ ກໍໄດ້ປຶກສາຫາລືແບບວິທີເພື່ອແນໃສ່ຊຸກຍູ້ບັນດາຂະແໜງອຸດສາຫະກຳສ້າງສັນຂອງ ອາຊຽນ ກໍຄື ໜູນຊ່ວຍຜູ້ມີຄວາມເກັ່ງກ້າສາມາດໃນການສ້າງສັນໃຫ້ຫຼາຍກວ່າອີກ. ເມື່ອກ່າວຄຳເຫັນໃນເຫດການດັ່ງກ່າວ, ທ່ານ Maris Sangiampongsa ລັດຖະມົນຕີກະຊວງການຕ່າງປະເທດ ໄທ ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງພື້ນຖານເສດຖະກິດສ້າງສັນ ດ້ວຍລາຍຮັບເກືອບ 2,3 ພັນຕື້ USD ຕໍ່ປີ, ປະກອບສ່ວນ 3,1% GDP ທົ່ວໂລກ. ທ່ານ Maris Sangiampongsa ໄດ້ເນັ້ນໜັກເຖິງ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ໄທ ໃນການຊຸກຍູ້ພື້ນຖານເສດຖະກິດສ້າງສັນວ່າ: “ ການພັດ ທະ ນາ ພື້ນ ຖ ານ ເສດ ຖະ ກິດ ສ້າງ ສັນ ຍາມ ໃດ ກໍ ແມ່ນ ນະ ໂຍ ບາຍ ໃຫຍ່ ຂອງ ໄທ . ພວກ ຂ້າ ພະ ເຈົ້າ ໄດ້ ຊຸກ ຍູ້ ບັນ ດາ ຂະ ແໜງ ອຸດ ສາ ຫະ ກຳ ສ້າງ ສັນ ບໍ່ ພຽງ ແຕ່ ຢູ່ ໄທ ເທົ່າ ນັ້ນ , ຫາກ ນັບ ທັງ ຢູ່ ພາກ ພື້ນ ໃນ ຕະຫຼອດ 2 ທົດ ສະ ວັດ ຜ່ານ ມາ ອີກ ດ້ວຍ . ນີ້ ແມ່ນ ຂົງ ເຂດ ຈຸດ ສຸມ ເພື່ອ ກະ ຕຸ້ນ ພື້ນ ຖານ ເສດ ຖະ ກິດ ຂອງ ລັດ ຖະ ບານ ໂດຍ ທ່ານ ນາງນາຍົກລັດຖະມົນຕີ   Paetongtarn Shinawatra ນຳ ພາ , ເຊິ່ງ ໄດ້ ຍົກ ອອກ ມາ ໃນ ຖະ ແຫຼງ ການ ນະ ໂຍ ບາຍ ຂອງ ລັດ ຖະ ບານໃໝ່ ໃນ ກອງ ປະ ຊຸມສະ ພາ ແຫ່ງ ຊາດ ໃນ ອາ ທິດ ກ່ອນ ” .
TAG
VOV/VOVworld/ເສດ​ຖະ​ກິດ​​ສ້າງສັນ/ຢັ້ງ​ຢືນ/ພັດ​ທະ​ນາ

More