VOV WorldVOV World
ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ບັນ​ດາ​ຜົນ​ງານ​ການ​ຮ່ວມ​ມື​ໃນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ
07/01/2024 08:00
(VOVWORLD) - ວັນທີ 30 ທັນວາ ປີ 1955, ການພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ, ເປັນຂີດໝາຍສຳຄັນໃຫ້ແກ່ການພົວພັນລະຫວ່າງສອງປະເທດ. ພາຍຫຼັງເກືອບ 6 ທົດສະວັດ, ປີ 2013, ສາຍພົວພັນ ຫວຽດນາມ - ອິນໂດເນເຊຍ ໄດ້ຍົກຂຶ້ນ ກາຍເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດ. ໂດຍຫວນຄືນໄລຍະທາງຜ່ານມາ, ສອງປະເທດໄດ້ບັນລຸຫຼາຍຜົນງານສຳຄັນໃນທຸກຂົງເຂດ. ບົດຂຽນຂອງນັກຂ່າວ ງວຽນຮ່າ.
ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ບັນ​ດາ​ຜົນ​ງານ​ການ​ຮ່ວມ​ມື​ໃນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ
ນັບແຕ່ເມື່ອສ້າງຕັ້ງສາຍພົວພັນທາງການທູດ, ການພົວພັນທາງດ້ານການເມືອງ - ການປ້ອງກັນຄວາມສະຫງົບອັນດີງາມລະຫວ່າງສອງປະເທດ ຍາມໃດກໍແມ່ນຊັບສົມບັດອັນລ້ຳຄ່າ ເຊິ່ງການນຳຂັ້ນສູງ ກໍຄືປະຊາຊົນສອງປະເທດຖືເປັນສຳຄັນທີ່ສຸດ, ຖະໜຸຖະໜອມ ແລະ ເສີມຂະຫຍາຍ. ການນຳຂັ້ນສູງສອງປະເທດ ຍາມໃດກໍຮັກສາການຢ້ຽມຢາມທາງການ, ການພົບປະ, ແລກປ່ຽນ,… ຫວ່າງມໍ່ໆມານີ້, ການຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 44, ນັບແຕ່ວັນທີ 4 – 10 ສິງຫາ 2023 ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ; ການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ຢູ່ ອິນໂດເນເຊຍ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແຕ່ວັນທີ 4 – 7 ກັນຍາ ໄດ້ດຳເນີນໃນຈຸດເວລາສອງປະເທດສະເຫຼີມສະຫຼອງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຄົບຮອບ 10 ປີ. ສິ່ງດັ່ງກ່າວແມ່ນ “ມີຄວາມໝາຍສຳຄັນຍິ່ງ ແລະ ມີລັກສະນະຍຸດທະສາດ”, ອັນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມເອົາໃຈໃສ່ຂອງບັນດາການນຳ ຫວຽດນາມ ເຂົ້າໃນການຊຸກຍູ້ການພົວພັນກັບ ອິນໂດເນເຊຍ.
TAG
VOV/VOVworld/ເອກ​ອັກ​ຄະ​ລັດ​ຖະ​ທູດ/ຫວຽດ​ນາມ/ອິນ​ໂດ​ເນ​ເຊຍ/ພົວ​ພັນ