“ຫວຽດນາມ ໃນສາຍຕາຂອງຄົນຕາບອດຄືຂ້າພະເຈົ້າ” ບົດຂຽນຂອງອ້າຍບ່າວໄທພິການຕາ
13/10/2019 10:58
(VOVWORLD) -ບົດຂຽນ “ຫວຽດນາມ ໃນສາຍຕາຂອງຄົນຕາບອດຄືຂ້າພະເຈົ້າ” ຂອງ ທ້າວ ອະພິຊິດ ໄດ້ເອົາຊະນະບົດຂຽນ 17 ບົດຂອງນັກສຶກສາຕ່າງປະເທດ ໂດຍຍາດໄດ້ລາງວັນທີ 1 ແລະ ລາງວັນຂວັນໃຈມະຫາຊົນທີ່ສຸດໃນການປະກວດ ປາຍປາກກາ VSL ຄັ້ງທີ 3 ໂດຍ ສະມາຄົມທູດວັດທະນະທໍາ, ພາກວິຊາ ຫວຽດນາມວິທະຍາ ແລະ ພາສາຫວຽດ - ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ວັດທະນະທໍາມະນຸດຫວຽດນາມ ຈັດຕັ້ງຂຶ້ນເມື່ອທ້າຍເດືອນພຶດສະພາຜ່ານມາ. ບົດຂຽນດັ່ງກ່າວ ມີຈຸດໃດພິເສດ ທີ່ພິຊິດໃຈຄະນະກໍາມະການ ແລະ ຜູ້ຟັງໄດ້? ເມື່ອຫາຄໍາຕອບໃຫ້ແກ່ຄໍາຖາມດັ່ງກ່າວ ຕໍ່ໄປນີ້ ເຊີນທ່ານຕິດຕາມບົດຂຽນຂອງນັກຂ່າວ ມິງງອກ.
ບົດຂຽນ “ຫວຽດນາມ ໃນສາຍຕາຂອງຄົນຕາບອດຄືຂ້າພະເຈົ້າ” ຂອງ ທ້າວ ອະພິຊິດ ໄດ້ເອົາຊະນະບົດຂຽນ 17 ບົດຂອງນັກສຶກສາຕ່າງປະເທດ ໂດຍຍາດໄດ້ລາງວັນທີ 1 ໃນການປະກວດ ປາຍປາກກາ VSL ຄັ້ງທີ 3 “ເຄີຍມີຄົນພັນລະນາສູ່ຟັງວ່າ ຫວຽດນາມ ແມ່ນປະເທດໜຶ່ງທີ່ສວຍງາມ ແລະ ມີສະເໜີ ໂດຍໄດ້ສະແດງອອກຜ່ານຊຸດເສື້ອຍາວ ແລະ ກຸບທີ່ລຽບງ່າຍ.... ແລະ ຫວຽດນາມ ມີຫຼາກຫຼາຍສີສັນ, ແຕ່ຟັງໄປແລ້ວ, ໃນຫົວຂອງຂ້າພະເຈົ້າປະກົດແຕ່ສອງຄໍາ “ຖ້າຫາກວ່າ...” ຖ້າຫາກວ່າ ຂ້າພະເຈົ້າສາມາດເຫັນ ແລະ ຊົມບັນດາຄວາມງາມເຫຼົ່ານັ້ນກັບຕາ”. ທີ່ທ່ານຫາກໍຮັບຟັງຜ່ານໄປນ້ັນ ແມ່ນວັກໜຶ່ງໃນພາກທໍາອິດຂອງບົດຂຽນດ້ວຍຫົວຂໍ້ “ຫວຽດນາມ ໃນສາຍຕາຂອງຄົນຕາບອດຄືຂ້າພະເຈົ້າ” ໂດຍຜູ້ຂຽນ ອະພິຊິດ ມິ່ງວົງທໍາ ຂຶ້ນອ່ານ. ບໍ່ມີເທົ່າໃດຄົນທີ່ຄິດວ່າ ຜູ້ຂຽນບົດດັ່ງກ່າວທີ່ໃຊ້ຄໍາສັບແບບກະທັດຮັດແຕ່ມີຄວາມໝາຍ, ຈະແຈ້ງລ່ຽນໄຫຼ ນີ້ ແມ່ນຊາວຕ່າງປະເທດ ແລະ ພິເສດ ລາວພັດເປັນຄົນພິການທາງສາຍຕານໍາອີກ. ບົດຂຽນຂອງອະພິຊິດມີຄວາມຍາວທັງໝົດ 17 ໜ້າ ໄດ້ແບ່ງເປັນ 3 ພາກ, ລວມມີ: “ບຸນວາດສະໜາທີ່ມີຕໍ່ພາສາຫວຽດ”, “ຫວຽດນາມ ໃນສາຍຕາຂອງຄົນຕາບອດຄືຂ້າພະເຈົ້າ” ແລະ “ຄວາມປະທັບໃຈຕໍ່ວັດທະນະທໍາຫວຽດນາມ”. ອະພິຊິດ ໄດ້ເລືອກຫົວຂໍ້ໃຫ້ບົດຂຽນຂອງຕົນແມ່ນ “ຫວຽດນາມ ໃນສາຍໃຈຂອງຄົນຕາບອດຄືຂ້າພະເຈົ້າ” ເພາະວ່າ ເຖິງວ່າບໍ່ເຫັນແຈ້ງກໍຕາມ ແຕ່ຜ່ານບົດຂຽນນີ້ ລາວຢາກແບ່ງປັນຄວາມຮູ້ສຶກ, ຄວາມເຂົ້າໃຈຂອງຕົນກ່ຽວກັບ ຫວຽດນາມ - ເຊິ່ງເປັນປະເທດທີ່ ລາວ ມີຄວາມຮັກມາແຕ່ດົນນານແລ້ວ. ອະພິຊິດ ສະຫງວນໝົດພາກທຳອິດຂອງບົດຂຽນ ເພື່ອເລົ່າຄືນກ່ຽວກັບວາດສະໜາທີ່ລາວໄດ້ຮູ້ຈັກເຖິງຫວຽດນາມ ແລະ ວິວັດທະນາການຮຽນພາສາຫວຽດ ຂອງຕົນ. “ຂ້າພະເຈົ້າ ເລີ່ມຊອກຮູ້ກ່ຽວກັບຫວຽດນາມ ນັບແຕ່ເມື່ອອາຍຸຫາກໍໄດ້ 6 ປີ. ມີເທື່ອໜຶ່ງ ບັງເອີນຂ້າພະເຈົ້າໄດ້ຟັງລາຍການທາງວິທະຍຸຂອງວິທະຍຸກະຈາຍສຽງຫວຽດນາມ. ນັ້ນ ກໍເປັນຄັ້ງທຳອິດ ທີ່ຂ້າພະເຈົ້າໄດ້ຟັງທໍານອງຂອງພາສາຫວຽດ ແລະ ຮູ້ສຶກມັກພາສາຫວຽດຫຼາຍ. ເມື່ອເລີ່ມຮຽນພາສາຫວຽດ, ຂ້າພະເຈົ້າກໍປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຄື ບໍ່ມີຕຳລາຕົວໜັງສືນູນ ຫຼື ຮອດມື້ເສັງແລ້ວ ແຕ່ຂ້າພະເຈົ້າພິມພາສາຫວຽດ ບໍ່ເປັນ ຕ້ອງຫາໝູ່ຄົນຫວຽດພິມຊ່ວຍ” ຍ້ອນຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງຜູ້ຂຽນນັ້ນ ໄດ້ເຮັດໃຫ້ຜູ້ອ່ານຫຼາຍຄົນມີຄວາມນິຍົມນັບຖື, ຕ້າຕວ໊ນກໍແມ່ນໜຶ່ງໃນຈຳນວນບັນດາຜູ້ອ່ານດັ່ງກ່າວ. “ຜ່ານບົດຂຽນນີ້, ຂ້າພະເຈົ້າສາມາດເຫັນໄດ້ເຖິງເຈດຈຳນົງ ແລະ ມານະຈິດຂອງຜູ້ຂຽນ. ນີ້ກໍແມ່ນແຫຼ່ງກຳລັງໃຈ ເພື່ອໃຫ້ຂ້າພະເຈົ້າປັບປຸງຄວາມເຊື່ອໝັ້ນໃນການດໍາລົງຊີວິດ. ເຈດຈຳນົງອັນແຮງກ້າ, ຄວາມເຊື່ອໝັ້ນ ແລະ ມີແນວຄວາມຄິດທີ່ຕັ້ງໜ້າ ຈະຊ່ວຍໃຫ້ຕົນຜ່ານຜ່າໄດ້ທຸກສິ່ງທຸກຢ່າງ ທີ່ຕົນຄິດວ່າບໍ່ສາມາດຜ່ານຜ່າໄດ້. ອະພິຊິດເອງ ກໍ່ແມ່ນຄົນແນວນັ້ນ.” “ຄົນຫວຽດນາມ ທີ່ຂ້າພະເຈົ້າຮູ້ຈັກ ລ້ວນແຕ່ເປັນຜູ້ຄົນທີ່ມີຄວາມເມດຕາກະລຸນາ ແລະ ຊ່ວຍເຫຼືອຂ້າພະເຈົ້າຢ່າງສຸດຈິດສຸດໃຈ. ໃນຄວາມຄິດຂອງຂ້າພະເຈົ້າ, ປະຊາຊົນຫວຽດນາມ ທັງຮັກແພງແຂກຄົນ, ທັງໃຈດີ ແລະ ໃກ້ຊິດສະໜິດສະໜົມ. ເມື່ອຕອນຫາກໍມາຫວຽດນາມໃໝ່ໆ, ຂ້າພະເຈົ້າບໍ່ຮູ້ຈັກຫຍັງເລີຍ, ແປກທີ່ແປກທາງ ແລະ ກໍ່ບໍ່ມີພີ່ມີນ້ອງ ແຕ່ໝູ່ຄົນຫວຽດ ເຊິ່ງເປັນຜູ້ຄົນທີ່ຂ້າພະເຈົ້າຮູ້ຈັກຜ່ານສື່ສັງຄົມອອນລາຍຕ່າງໆນັ້ນ ໄດ້ສະຫຼະເວລາອັນມີຄ່າຂອງຕົນເພື່ອຊ່ວຍເຫຼືອຂ້າພະເຈົ້າ ບໍ່ວ່າຈະເປັນການໄປຮັບໄປສົ່ງ, ໄປຕະຫຼາດຕະລີ ຕະຫຼອດຮອດການກິນການຢູ່ ພ້ອມທັງ ພາຂ້າພະເຈົ້າໄປທ່ອງທ່ຽວທົ່ວປະເທດຫວຽດນາມ ແລະ ສ້າງສະພາບແວດລ້ອມໃຫ້ຂ້າພະເຈົ້າໄດ້ເວົ້າພາສາຫວຽດອີກດ້ວຍ”.
TAG
VOV/VOVworld/ອະພິຊິດ/ ພິການຕາ/ບົດຂຽນ/ວາດສະໜາ/ພາສາຫວຽດ
Related








