ການເສັງເວົ້າພາສາ ຫວຽດ: ຂີດໝາຍໃໝ່ໃນການພົວພັນແລກປ່ຽນວັດທະນະທຳ ຫວຽດນາມ - ໄທ
01/12/2024 10:02
(VOVWORLD) - ການແລກປ່ຽນວັດທະນະທຳ, ໃນນັ້ນ ມີການຊຸກຍູ້ການບຳລຸງ ແລະ ນຳໃຊ້ພາສາ ແມ່ນເນື້ອໃນໜຶ່ງທີ່ຍາມໃດ ທັງ ຫວຽດນາມ ແລະ ໄທ ກໍ່ໃຫ້ຄວາມເອົາໃຈໃສ່ເປັນພິເສດ. ເພາະວ່າ ນີ້ແມ່ນໜຶ່ງໃນບັນດາເສົາຄ້ຳໃນການພົວພັນສອງປະເທດ, ແມ່ນພື້ນຖານເພື່ອສ້າງ ແລະ ເຊື່ອມຕໍ່ການທູດປະຊາຊົນ. ຮອບຊີງຊະນະເລີດການເສັງເວົ້າພາສາ ຫວຽດ ຂັ້ນມະຫາວິທະຍາໄລທົ່ວປະເທດໄທ ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລ ສີນະຄະລິນວິໂລດ (Srinakharinwirot), ນະຄອນຫຼວງ ບາງກອກ, ປະເທດໄທ ໃນທ້າຍເດືອນພະຈິກຜ່ານມາ ແມ່ນໂອກາດທີ່ເປັນປະໂຫຍດເພື່ອໃຫ້ບັນດານັກສຶກສາທົ່ວປະເທດໄທ ທີ່ມີຄວາມຮັກມັກພາສາ ຫວຽດ, ປະກອບສ່ວນເພີ່ມທະວີການໂຄສະນາເຜີຍແຜ່ພາສາ ໄທ, ຊຸກຍູ້ການພົວພັນແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ - ໄທ.

ບັນດາຜູ້ເຂົ້າຮ່ວມການເສັງໄດ້ສວມບົດເປັນຜູ້ນຳທ່ຽວ ໄທ ນຳສະເໜີຢ່າງຈັບອົກຈັບໃຈ ດ້ວຍການສວມບົດເປັນຜູ້ນຳທ່ຽວ ໄທ ແລະ ໄດ້ເອົາລົງໃນສື່ສັງຄົມອອນໄລຕ່າງໆຄື Facebook ແລະ Tiktok, ອັນໄດ້ສະແດງໃຫ້ເຫັນຄວາມສາມາດໃນການນຳໃຊ້ພາສາ ຫວຽດ ຢ່າງອຸດົມສົມບູນ ແລະ ຄວາມຮູ້ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພື້ນຖານວັດທະນະທຳຂອງທັງສອງປະເທດ, ກ່ຽວກັບບັນດາສະຖານທີ່ທີ່ມີຊື່ສຽງຂອງ ໄທ ຄື ອະນຸສາວະລີປະທານ ໂຮ່ຈີມິນ ແລະ ຖະໜົນ ຫວຽດນາມ ຢູ່ແຂວງ ອຸດອນ ທານີ, ເຂດພາກຕາເວັນອອກສ່ຽງເໜືອຂອງ ໄທ.
TAG
VOV/VOVworld/ພາສາ ຫວຽດ/ພາສາ ໄທ/ແລກປ່ຽນວັດທະນະທຳ
Related








