ການເສັງ “Aku dan ອິນໂດເນເຊຍ” - ໂອກາດສະແດງຄວາມຮັກທີ່ມີຕໍ່ ອິນໂດເນເຊຍ
06/12/2020 09:00
(VOVWORLD) -ດ້ວຍຄວາມປາດຖະໜາຢາກໃຫ້ປະຊາຊົນ ຫວຽດນາມ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບ ປະຊາຊົນ, ວັດທະນະທຳ, ປະເທດ ອິນໂດເນເຊຍ ແລະ ພາສາ ອິນໂດເນເຊຍ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ໄດ້ຮັບຄວາມນິຍົມຢູ່ ຫວຽດນາມ ໃນອະນາຄົດນັ້ນ, ຕົ້ນເດືອນຕຸລາ ຜ່ານມາ, ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ໄດ້ປຸກລະດົມການເສັງສ້າງຄຼິບວີດີໂອ ດ້ວຍຫົວຂໍ້ “Aku dan ອິນໂດເນເຊຍ” (ແປວ່າ ຂ້ອຍ ແລະ ອິນໂດເນເຊຍ) ສຳລັບ ຊາວຫວຽດນາມ ທີ່ຮູ້ພາສາ ອິນໂດເນເຊຍ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 65 ປີ ແຫ່ງການພົວພັນສອງຝ່າຍ ຫວຽດນາມ - ອິນໂດເນເຊຍ (ວັນທີ 30 ທັນວາ 1955 – 30 ທັນວາ 2020).
ພິທີມອບລາງວັນການເສັງດັ່ງກ່າວ ໄດ້ດຳເນີນໃນງານລາຕີ “ຄ່ຳຄືນແຫ່ງໄມຕີຈິດມິດຕະພາບ ອິນໂດເນເຊຍ - ຫວຽດນາມ” ທີ່ຈັດຂຶ້ນໃນວັນທີ 16 ພະຈິກ ຜ່ານມາ ຢູ່ ໂຮງລະຄອນໃຫຍ່ ຮ່າໂນ້ຍ. ຕໍ່ໄປເຊີນທ່ານຕິດຕາມບົດສາລະຄະດີຂອງນັກຂ່າວ ງວຽນຮ່າ ກ່ຽວກັບຄວາມໝາຍຂອງການເສັງດັ່ງກ່າວ. ພາຍຫຼັງປຸກລະດົມມາເປັນເວລາເກືອບ 1 ເດືອນ, ແຕ່ວັນທີ 3 – 24 ຕຸລາ, ຄະນະຈັດຕັ້ງໄດ້ຮັບບົດສົ່ງເຂົ້າຮ່ວມການເສັງຈໍານວນ 22 ບົດ ຈາກຜູ້ເຂົ້າຮ່ວມໃນທົ່ວປະເທດ ຫວຽດນາມ ແລະ ນັກສຶກສາ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ຢູ່ ອິນໂດເນເຊຍ. ຜ່ານຄຼິບວີດີໂອ ທີ່ມີຄວາມຍາວ 2 ນາທີ, ບັນດາຜູ້ເຂົ້າຮ່ວມຈະແບ່ງປັນກ່ຽວກັບການຄົ້ນຫາຂອງເຂົາເຈົ້າຢູ່ ອິນໂດເນເຊຍ, ກ່ຽວກັບຄວາມຮັກທີ່ເຂົາເຈົ້າມີຕໍ່ວັດທະນະທຳ, ປະເທດຊາດ ແລະ ປະຊາຊົນ ອິນໂດເນເຊຍ.
TAG
VOV/VOVworld/ທຶນການສຶກສາ Darmasiswa/“Aku dan ອິນໂດເນເຊຍ”
Related








