VOV WorldVOV World
ການອະນຸລັກຮັກສາປະຕິສັງຂອນມໍລະດົກໄປຄຽງຄູ່ກັບການພັດທະນາເສດຖະກິດ ຢູ່ ມ້ຽນມາ
07/12/2012 09:03
ຢາງ​ກຸ້ງ ​ເຊິ່ງ​ແມ່ນກຸງ​ເກົ່າ​ຂອງ​ປະ​ເທດ​ມ້ຽນ​ມາ ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ດ້ວຍ​ຄວາມ​ງາມ​ທີ່​ເກົ່າ​ແກ່ ​ແລະ ວັດທະນະທຳ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ຫລາຍ​ຮູບ​ຫລາຍ​ແບບ ທີ່​ບໍ່​ເຄີຍ​ມີ​ມາຢູ່​ອາຊີ
ການອະນຸລັກຮັກສາປະຕິສັງຂອນມໍລະດົກໄປຄຽງຄູ່ກັບການພັດທະນາເສດຖະກິດ ຢູ່ ມ້ຽນມາ
(vovworld) - ຢາງ​ກຸ້ງ ​ເຊິ່ງ​ແມ່ນກຸງ​ເກົ່າ​ຂອງ​ປະ​ເທດ​ມ້ຽນ​ມາ ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ດ້ວຍ​ຄວາມ​ງາມ​ທີ່​ເກົ່າ​ແກ່ ​ແລະ ວັດທະນະທຳ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ຫລາຍ​ຮູບ​ຫລາຍ​ແບບ ທີ່​ບໍ່​ເຄີຍ​ມີ​ມາຢູ່​ອາຊີ . ກຸງເກົ່າ ຢາງກຸງ ​ແມ່ນ​ນະຄອນ​ທີ່​ກ້ວາງ​ໃຫຍ່ ມີ​ເຮືອນ​ຊານ​ແບບ​​ເກົ່າ​ແກ່ຫລາຍ​ຫລັງ, ດ້ວຍ​ສະຖາປັດຕະຍະກຳ​ທີ່​ອຸດົມສົມບູນ​ຂອງສະ​ໄຫມ​ລ່າ​ເມືອງ​ຂຶ້ນ ​ແລະ ມີກິດຈະກຳ​ສາສະຫນາ​ເປັນ​ຫລາຍ​ຮູບ​ຫລາຍ​​ແບບ​. ບັນດາ​ສະຖາປັດຕະຍະກຳ​ດັ່ງກ່າວ​​​ໄດ້​ສ້າງ​ຄວາມດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຢ້ຽມຢາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ນີ້​ເປັນ​ຈຳນວນ​ຫລວງຫລາຍ. ​ແຕ່​ເພື່ອ​ເຮັດ​ໄດ້​ສິ່ງ​ນັ້ນ, ​ນັບແຕ່​ດົນ​ນານ​ມາ​ແລ້ວ, ມ້ຽນມາ ​ໄດ້​ມີ​ນະ​ໂຍບາຍ​ຮຽກຮ້ອງ​ປະຊາຊົນ​ພ້ອມ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ສົມທົບ​ກັນ​​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ການທ່ອງທ່ຽວ​ຂອງ​ມໍລະດົກ.
TAG
ອາຄານເກົ່າແກ່

More