ງານພົບປະແລກປ່ຽນລະຫວ່າງບັນດາປະເທດ ອາຊຽນ ຢູ່ຮົ່ງກົງ
23/03/2013 09:06
ຕອນຄຳ່ວັນທີ 22/3 ຢູ່ ຮົ່ງກົງປະເທດຈີນ ໄດ້ດຳເນີນງານພົບປະສັງສັນລະຫວ່າງຜູ້ຕາງຫນ້າບັນດາປະເທດສະມາຊິກ ອາຊຽນ

ພາບ:internet (vovworld) - ຕອນຄຳ່ວັນທີ 22/3 ຢູ່ ຮົ່ງກົງປະເທດຈີນ ໄດ້ດຳເນີນງານພົບປະສັງສັນລະຫວ່າງຜູ້ຕາງຫນ້າບັນດາປະເທດສະມາຊິກ ອາຊຽນ, ໂດຍມີການເຂົ້າຮ່ວມຂອງຫົວຫນ້າສະຖານກົງສູນ, ຫົວຫນ້າອົງການຜູ້ຕາງຫນ້າບັນດາປະເທດ ອາຊຽນ ຢູ່ ຮົ່ງກົງ ແລະ ມາກາວ ພ້ອມກັບການນຳກົມພິທີການ ຮົ່ງກົງ ແລະ ມາກາວ. ທີ່ການພົບປະສັງສັນ, ຕາງຫນ້າໃຫ້ສະຖານກົງສູນ ຫວຽດນາມ ປະຈຳຮົ່ງກົງ ແລະ ມາກາວ, ທ່ານນາງ ຫງວຽນທິຫຍາ ຫົວຫນ້າສະຖານກົງສູນໄດ້ຢືນຢັນວ່າ ຍ້ອນມີການຫນູນຊ່ວຍ ແລະ ປະສານສົມທົບຢ່າງແຫນ້ນແຟ້ນລະຫວ່າງບັນດາປະເທດສະມາຊິກ ອາຊຽນ, ຫວຽດນາມ ຈະເຮັດສຳເລັດຫນ້າທີ່ຂອງຕົນໃນຖານະເປັນເລຂາທິການໃຫຍ່ ອາຊຽນ.
TAG
ພົບປະສັງສັນ
Related








