VOV WorldVOV World
ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ໄທ - ບ່ອນ​ອີງ​ໝັ້ນ​ແກ່ນ​ຂອງ​ນັກ​ສຶກ​ສາ​ຫ່າງ​ໄກຈາກ​ບ້ານ​ເກີດ​ເມືອງນອນ
27/12/2020 10:48
(VOVWORLD) -ເຖິງວ່າ ຫາກໍໄດ້ຮັບການສ້າງຕັ້ງມາໄດ້ປະມານ 3 ປີ ກໍຕາມ ແຕ່ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ ໄດ້ມີການປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການສ້າງຄວາມສະໜິດຕິດພັນລະຫວ່າງນັກສຶກສາກັບວົງຄະນະຍາດ ແລະ ນີ້ໄດ້ກາຍເປັນບ່ອນອີງທັງທາງດ້ານວັດຖຸ ແລະ ຈິດໃຈສຳລັບນັກສຶກສາ. ໃນລາຍການ ຊາຍຄາອາຊຽນ ມື້ນີ້, ເຊີນທ່ານຮັບຟັງບົດຂຽນ ດ້ວຍຫົວຂໍ້ “ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ - ບ່ອນອີງໝັ້ນແກ່ນຂອງນັກສຶກສາຫ່າງໄກຈາກບ້ານເກີດເມືອງນອນ.
ບັນດາສະມາຊິກໃນສະມາຄົມນັກສຶກສາ ຫວຽດນາມ ປະຈຳ ໄທ ແນະນຳ ແລະ ໂຄສະນາກ່ຽວກັບພາບພົດຂອງບ້ານເກີດເມືອງນອນ ໂດຍໄດ້ຮັບການສ້າງຕັ້ງແຕ່ເດືອນທັນວາ ປີ 2017, ດ້ວຍຈຳນວນສະມາຊິກທັງໝົດແມ່ນເກືອບ 200 ຄົນ ຢູ່ມະຫາວິທະຍາໄລ ແລະ ວິທະຍາໄລປະມານ 20 ແຫ່ງຂອງ ໄທ, ສະມາຄົມນັກສຶກສາຫວຽດນາມ ຢູ່ ໄທ ແມ່ນໜຶ່ງບັນດາອົງການຈັດຕັ້ງທີ່ເຄື່ອນໄຫວພາຍໃຕ້ການຊີ້ນຳຂອງສະຖານທູດ ຫວຽດນາມ ປະຈຳ ໄທ ແລະ ສູນກາງສະມາຄົມນັກສຶກສາຫວຽດນາມ. ໃນໄລຍະເກືອບ 3 ປີຜ່ານມາ, ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ ໄດ້ເປັນບ່ອນອີງທີ່ໝັ້ນແກ່ນ, ສ້າງຄວາມສະໜິດຕິດພັນ ແລະ  ຄວາມສາມັກຄີ, ຊ່ວຍໜູນເຊິ່ງກັນແລະກັນ ລະຫວ່າງນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ໂຮງຮຽນແຫ່ງຕ່າງໆຂອງ ໄທ ແລະ ເປັນຂົວຕໍ່ຊ່ວຍນັກສຶກສາ ໃຫ້ມີຄວາມສະໜິດຕິດພັນກັບປະຊາຄົມຊາວຫວຽດນາມ ອາໄສ ຢູ່ ໄທ, ອວ່າຍໜ້າເມືອຫາບ້ານເກີດເມືອງນອນ. ຫຼາຍກິດຈະກຳຂອງສະມາຄົມຖືກຈັດຕັ້ງຂຶ້ນຄື: ການເສັງຂຽນຊອກຮູ້ກ່ຽວກັບຊີວິດປະຕິວັດຂອງປະທານ ໂຮ່ຈີມິນ, ວັນບຸນເຕັດປະຊາຄົມ, ບຸນເຂົ້າປະດັບດິນ, ບໍລິຈາກເງິນຊ່ວຍເຫຼືອນັກສຶກສາທີ່ປະສົບເຄາະຮ້າຍໃນເຫດໄຟໄໝ້ອາພາດເມັນ ຣັດທະເທວີ ຢູ່ ບາງກອກ, ມອບປຶ້ມອ່ານໃຫ້ແກ່ເຍົາວະຊົນຢູ່ໂຮງຮຽນແຫ່ງຕ່າງໆທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ຫວຽດນາມ... ແລະ ຫຼ້າສຸດແມ່ນຈັດກິດຈະກຳບໍລິຈາກຊ່ວຍເຫຼືອຜູ້ປະສົບເຄາະຮ້າຍໃນໄລຍະເກີດຝົນຕົກ, ນ້ຳຖ້ວມຢູ່ພາກກາງ ຫວຽດນາມ ແລະ ລາຍການ: ຂອງຂວັນທີ່ເຕັມໄປດ້ວຍຄວາມຮັກຢູ່ໂຮງຮຽນສົງ MCU... ເພື່ອນ ຫງວຽນຮຸຍຮວ່າງ - ປະທານ ສະມາຄົມນັກສຶກສາ ຫວຽດນາມ ປະຈຳ ໄທ ໃຫ້ຮູ້ວ່າ: “ໃນຖານະເປັນອົງການຜູ້ຕາງໜ້ານັກສຶກສາ ຫວຽດນາມ ປະຈຳ ໄທ, ທາງສະມາຄົມໄດ້ສົມທົບກັບສະຖາທູດຢ່າງໃກ້ຊິດ ກຳແໜ້ນສະພາບການຂອງນັກສຶກສາແຕ່ລະຄົນເພື່ອຊອກຮູ້ໃຫ້ການຊ່ວຍເຫຼືອນັກສຶກສາ. ໃນການຮ່ຳຮຽນ, ທາງສະມາຄົມໄດ້ສ້າງຕັ້ງກຸ່ມວິຊາການກ່ຽວກັບພາສາສະເພາະກິດເພື່ອຮຽນຮູ້, ແບ່ງປັນປະສົບການເຊິ່ງກັນແລະກັນ ແລະ ເພີ່ມທະວີຄວາມສາມາດໃນການຄົ້ນຄວ້າ ແລະ ປະດິດຄິດສ້າງໃນໝູ່ນັກສຶກສາ. ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ພວກຂ້າພະເຈົ້າໄດ້ສ້າງເວັບໄຊ, fanpage ເພື່ອຕັ້ງໜ້າສະໜອງຂໍ້ມູນຂ່າວສານໃຫ້ແກ່ນັກສຶກສາຢ່າງຄົບຖ້ວນທີ່ສຸດ ແລະ ທັນການ ຊ່ວຍເຂົາເຈົ້າມີຄວາມເປັນເຈົ້າການໃນການຮ່ຳຮຽນ”. ນັບແຕ່ຕົ້ນປີ, ເມື່ອໂລກລະບາດໂຄວິດ - 19 ເລີ່ມແຜ່ລາມອອກສູ່ວົງກວ້າງ, ສະມາຄົມນັກສຶກສາ ຫວຽດນາມ ປະຈຳ ໄທ ໄດ້ສ້າງຕັ້ງກອງໂຄສະນາກ່ຽວກັບໂລກລະບາດ ໂຄວິດ - 19, ສ້າງບັນດາຊ່ອງທາງເຊື່ອມຕໍ່ກັບປະຊາຄົມນັກສຶກສາຫວຽດນາມ, ໂອ້ລົມສົນທະນາເປັນກຸ່ມຜ່ານທາງອິນເຕີແນັດ ເພື່ອແນໃສ່ປະຕິບັດວຽກງານໂຄສະນາຂໍ້ມູນຂ່າວສານ, ພິເສດແມ່ນໂລກລະບາດໂຄວິດ - 19, ຮຽກຮ້ອງບັນດານັກສຶກສາທີ່ຮຽນສາຍແພດສາດ ໃຫ້ຄຳປຶກສາໂດຍກົງກ່ຽວກັບສຸຂະພາບໃຫ້ແກ່ນັກສຶກສາ; ຜູ້ໃດທີ່ຮູ້ພາສາໄທກໍຕິດຕາມ ແລະ ແປຂ່າວ ກໍຄືນະໂຍບາຍ ແລະ ຄຳກ່າວເຕືອນຂອງລັດຖະບານໄທ ແລ້ວສະໜອງຂໍ້ມູນຂ່າວດັ່ງກ່າວໃຫ້ແກ່ວົງຄະນະຍາດນັກສຶກສາ. ທາງສະມາຄົມກໍສົມທົບກັບປະຊາຄົມຊາວຫວຽດນາມ ອາໄສ ຢູ່ ໄທ ຈັດຕັ້ງມອບແຜ່ນກັ້ນບັງ, ຜ້າອັດປາກອະນາໄມ, ນ້ຳຢາຂ້າເຊື້ອ, ເງິນ ແລະ ວັດຖຸອຸປະກອນ... ໜູນຊ່ວຍບັນດານັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກ... ຕີລາຄາກ່ຽວກັບບັນດາການປະກອບສ່ວນ ແລະ ປະສິດທິຜົນຂອງການເຄື່ອນໄຫວຂອງສະມາຄົມໃນໄລຍະຜ່ານມາ, ເພື່ອນ ໂຕນໜືງອກເຮິນ, ອະດີດປະທານສະມາຄົມໃຫ້ຮູ້ວ່າ: “ບັນດາການເຄື່ອນໄຫວຂອງສະມາຄົມໄດ້ສະແດງໃຫ້ເຫັນກຳລັງແຮງໜຸ່ມ, ພູມ ປັນຍາ, ການແບ່ງປັນ ແລະ ແຜ່ກະຈາຍຄວາມຮູ້, ຮັບໃຊ້ວົງຄະນະຍາດຂອງນັກສຶກສາ ຫວຽດນາມ ຢູ່ ໄທ, ໂດຍສະເພາະແມ່ນໃນໄລຍະເກີດໂລກລະບາດຄັ້ງປະຫວັດສາດ. ສິ່ງດັ່ງກ່າວ ຍິ່ງສະແດງໃຫ້ເຫັນຄວາມສາມັກຄີຂອງວົງຄະນະຍາດປັນຍາຊົນຫວຽດນາມ ຢູ່ ຕ່າງປະເທດ. ປັນຍາຊົນ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາປະຊາຄົມຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ກໍຄື ປະກອບສ່ວນເຂົ້າໃນການສ້າງສາ, ພັດທະນາບ້ານເກີດເມືອງນອນ ແລະ ປະເທດຊາດ.”
TAG
VOV/VOVworld/ສະ​ມາ​ຄົມ/ນັກ​ສຶກ​ສາ/ໄທ/ວົງ​ຄະ​ນະ​ຍາດ/ບ້ານ​ເກີດ​ເມືອງນອນ/ບ່ອນ​ອີງ/ໝັ້ນ​ແກ່ນ