VOV WorldVOV World
ສະ​ຖາ​ບັນ​ຍຸ​ຕິ​ທຳ​ຫວຽດ​ນາມ ຊ່ວຍ​ຍົກ​ລະ​ດັບ​ກຳ​ລັງ​ຄວາມ​ສາ​ມາດ​​ໃຫ້ຖັນ​ແຖວ​ພະ​ນັກ​ງານ​ຍຸ​ຕິ​ທຳ​ລ​າວ
12/01/2020 05:00
(VOVWORLD) -ດ້ວຍຄວາມປາດຖະໜາຢາກເພີ່ມທະວີປະສົບການໃນວຽກງານພິພາກສາ, ວຽກງານໄອຍະການ, ວຽກງານດຳເນີນຄະດີແພງ.... ໃຫ້ແກ່ພະນັກງານຂະແໜງຍຸຕິທຳຂອງ ສປປ.ລາວ, ໃນໄລຍະຜ່ານມາ, ສະຖາບັນຍຸຕິທຳຫວຽດນາມ ໄດ້ຈັດຕັ້ງຊຸດຝຶກອົບຮົມຫຼາຍຊຸດໃຫ້ແກ່ພະນັກງານຂະແໜງຍຸຕິທຳຂອງລາວ. ບັນດາຊຸດຝຶກອົບຮົມເຫຼົ່ານັ້ນ ນອນໃນໂຄງການ “ໜູນຊ່ວຍສະຖາບັນຍຸຕິທຳແຫ່ງຊາດລາວ” ໂດຍໃຊ້ແຫຼ່ງທຶນ ODA ຂອງລັດຖະບານຫວຽດນາມ ເຊິ່ງແມ່ນໂຄງການທີ່ສຳຄັນໃນຂົງເຂດກົດໝາຍຂອງ ສປປ.ລາວ ຮອດປີ 2020.
          ສະຖາບັນຍຸຕິທຳຫວຽດນາມ ແມ່ນບ່ອນກໍ່ສ້າງ, ຄົ້ນຄວ້າ, ໝູນໃຊ້ອາຊີບກົດໝາຍ ແລະ ບຳລຸງສ້າງຊັບພະຍາກອນມະນຸດດ້ານກົດໝາຍ, ຍຸຕິທຳທີ່ມີຄຸນນະພາບສູງຂອງຫວຽດນາມ. ໃນໄລຍະ ແຕ່ປີ 2001 – 2010, ສະຖາບັນຍຸຕິທຳ ໄດ້ຕ້ອນຮັບພະນັກງານສັງກັດກະຊວງຍຸຕິທຳລາວຈຳນວນ 44 ຄົນ ມາອົບຮົມວິຊາສະເພາະກ່ຽວກັບຕຳແໜ່ງຜູ້ພິພາກສາ, ພະນັກງານທະບຽນເອກະສານ ແລະ ການດຳເນີນຄະດີ. ນັບແຕ່ປີ 2018, ສະຖາບັນຍຸຕິທຳຫວຽດນາມ ໄດ້ ແລະ ກຳລັງບຳລຸງສ້າງຖັນແຖວພະນັກງານ, ລັດຖະກອນຂອງຂະແໜງຍຸຕິທຳລາວ ໃນໂຄງການ ODA“ໜູນຊ່ວຍສະຖາບັນຍຸຕິທຳລາວ” ຈຳນວນ 90 ຄົນ, ດ້ວຍຍອດເງິນທຶນທັງໝົດຂອງໂຄງການດັ່ງກ່າວ ແມ່ນກວ່າ 37 ຕື້ ດົ່ງ. ທ່ານປະລິນຍາເອກ ຫງວຽນຊວັນທູ, ຮອງຜູ້ອຳນວຍການສະຖາບັນຍຸຕິທຳ ຫວຽດນາມ ໃຫ້ຮູ້ວ່າ: “ໂຄງການ  “ໜູນຊ່ວຍສະຖາບັນຍຸຕິທຳແຫ່ງຊາດລາວ ແມ່ນເພື່ອແນໃສ່ປະກອບສ່ວນປະຕິບັດຍຸດທະສາດສັງລວມ ກ່ຽວກັບຂົງເຂດຍຸຕິທຳ ຮອດປີ 2020 ຂອງ ສປປ.ລາວ. ພິເສດ, ແມ່ນເສົາຄ້ຳທີ 3 ກ່ຽວກັບການເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ຖັນແຖວພະນັກງານຂອງບັນດາອົງການກົດໝາຍ ແລະ ຍຸຕິທຳ ຮອດປີ 2020, ປະກອບສ່ວນກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດຂອງລາວ. ໂຄງການດັ່ງກ່າວ ໄດ້ເລີ່ມຜັນຂະຫຍາຍແຕ່ຕົ້ນປີ 2018 ຢູ່ນະຄອນຫຼວງວຽງຈັນ, ລາວ. ຕາມແຜນການສັງລວມແລ້ວ, ໄລຍະປະຕິບັດໂຄງການແມ່ນ 3 ປີ (ແຕ່ປີ 2018  –  2020)”.
TAG
VOV/VOVworld/ຍຸຕິທໍາ/ກົດໝາຍ/ຊ່ວຍເຫຼືອ/ນິຕິບັນຍັດ