VOV WorldVOV World
ຊາວ​ໜຸ່ມ ອາ​ຊຽນ ຕໍ່​ກັບການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ ປະ​ຊາ​ຄົມ​ໃນ​ອະ​ນາ​ຄົດ
05/05/2024 03:00
(VOVWORLD) - ດ້ວຍປະຊາກອນເກືອບ 215 ລ້ານຄົນ, ຊາວໜຸ່ມກວມເອົາ 1/3 ປະຊາກອນອາຊຽນ, ແມ່ນແຫຼ່ງກຳລັງສຳຄັນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງແຕ່ລະປະເທດແລະແມ່ນກຳລັງແຮງໃຫຍ່ທີ່ບໍ່ຢຸດຢັ້ງຂອງປະຊາຄົມອາຊຽນ. ຕາມການຄາດຄະເນ, ອັດຕາຊາວໜຸ່ມຈະບັນລຸລະດັບສູງທີ່ສຸດໃນປີ 2038, ເຊິ່ງເປັນສັນຍານແຈ້ງກ່ຽວກັບຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງລຸ້ນຄົນນີ້ໃນການກຳນົດສະພາບການເສດຖະກິດສັງຄົມແລະການເຕີບໂຕຢ່າງຕໍ່ເນື່ອງຂອງພາກພື້ນອາຊຽນ. ນີ້ແມ່ນການແບ່ງປັນຂອງທ່ານເລຂາທິການໃຫຍ່ອາຊຽນທີ່ການໂອ້ລົມສົນທະນາລະຫວ່າງທ່ານເລຂາທິການໃຫຍ່ອາຊຽນແລະຊາວໜຸ່ມບັນດາປະເທດອາຊຽນ ດ້ວຍຫົວຂໍ້ “ຊາວໜຸ່ມອາຊຽນ - ອະນາຄົດອາຊຽນ: ບົດບາດຂອງຊາວໜຸ່ມໃນການກຳນົດອະນາຄົດອາຊຽນ” ທີ່ໄດ້ດຳເນີນຫວ່າງມໍ່ໆມານີ້ຢູ່ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດຂໍ້ລິເລີ່ມ “ເວທີປາໄສອະນາຄົດອາຊຽນ 2024” ຂອງຫວຽດນາມ.
ຊາວ​ໜຸ່ມ ອາ​ຊຽນ ຕໍ່​ກັບການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ ປະ​ຊາ​ຄົມ​ໃນ​ອະ​ນາ​ຄົດ
ການໂອ້ລົມສົນທະນາລະຫວ່າງທ່ານເລຂາທິການໃຫຍ່ອາຊຽນແລະຊາວໜຸ່ມບັນດາປະເທດອາຊຽນ
TAG
VOV/VOVworld/ຊາວ​ໜຸ່ມ/ອາ​ຊຽນ