VOV WorldVOV World
ສຽງເພງ ອາຊຽນ + 3: ຂີດໝາຍ​ແຫ່ງຄວາມສາມັກຄີ ແລະ ມິດຕະພາບ
11/08/2019 09:00
(VOVWORLD) -ນັກຮ້ອງ 22 ຄົນ ທີ່ມາຈາກ 10 ປະເທດ ອາຊຽນ, ພ້ອມດ້ວຍ ນັກຮ້ອງຖືກເຊີນ 04 ຄົນ ທີ່ມາຈາກ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ, ໄດ້ພ້ອມກັນປະກອບສ່ວນໃຫ້ແກ່ງານປະກວດສຽງເພງ ອາຊຽນ + 3 ທີ່ເຕັມໄປດ້ວຍສີສັນ ໂດຍ ວິທະຍຸກະຈາຍສຽງຫວຽດນາມ ເປັນເຈົ້າພາບຈັດຕັ້ງ ໃນລະຫວ່າງວັນທີ 26 – 28 ກໍລະກົດ ຜ່ານມາ ຢູ່ນະຄອນ ຮ້າລອງ ທີ່ສວຍງາມຂອງຫວຽດນາມ. ນອກຈາກລາຍການສິລະປະຕ່າງໆທີ່ໜ້າປະທັບໃຈໃນງານປະກວດສຽງເພງແລ້ວ, ນີ້ຍັງແມ່ນເຫດການວັດທະນະທໍາ ເພື່ອແນໃສ່ເພີ່ມທະວີການພົວພັນແລກປ່ຽນລະຫວ່າງບັນດາປະເທດໃນພາກພື້ນ ກໍຄື ໂຄສະນາກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມ.
        ດ້ວຍນໍ້າສຽງທີ່ດີ ແລະ ເຕັມໄປດ້ວຍພະລັງຊີວິດ, ນັກຮ້ອງຍິງໜຸ່ມ Rosario Ninih Chammini Bianis ມາຈາກ ມາເລເຊຍ ຍາດໄດ້ລາງວັນທີ 1 ໃນງານປະກວດສຽງເພງ ອາຊຽນ + 3 ຄັ້ງທີ 2. ກໍຄືກັນກັບບັນດານັກຮ້ອງໜຸ່ມອື່ນໆຂອງ ອາຊຽນ, ງານປະກວດຄັ້ງນີ້ ແມ່ນກາລະໂອກາດທີ່ດີ ເພື່ອໃຫ້ ນັກຮ້ອງຄົນນີ້ທົດສອບຄວາມອາດສາມາດຂອງຕົນເອງ.         “ຂ້າພະເຈົ້າ ເຂົ້າຮ່ວມງານປະກວດສຽງເພງພາຍໃນປະເທດ 02 ຄັ້ງແລ້ວ ແລະ ໂຊກດີ ໃນງານປະກວດສອງຄັ້ງນັ້ນ ລ້ວນແຕ່ຍາດໄດ້ໄຊຊະນະ. ຈາກຜົນງານນັ້ນ, ຂ້າພະເຈົ້າ ຄິດວ່າ ຕົນເອງຄວນທົດສອບສິ່ງໃໝ່ຢູ່ລະດັບສາກົນ. ນັ້ນແມ່ນສາເຫດທີ່ຂ້າພະເຈົ້າຕັດສິນໃຈເຂົ້າຮ່ວມງານປະກວດສຽງເພງ ອາຊຽນ + 3 ປີນີ້. ຂໍຂອບພະຄຸນພະເຈົ້າ ທີ່ໄດ້ດົນບັນດາຄວາມໂຊກດີຄັ້ງທີ 3 ມາໃຫ້ຂ້າພະເຈົ້າ. ນອກຈາກລາງວັນແລ້ວ, ສ່ິງທີ່ລໍ້າຄ່າກວ່ານັ້ນແມ່ນ ຂ້າພະເຈົ້າໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງຈາກບັນດານັກຮ້ອງອື່ນໆໃນພາກພື້ນ, ກໍຄືມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທໍາຂອງເຂົາເຈົ້າ”.
TAG
VOV/VOVworld/ສຽງ​ເພງ ອາຊຽນ + 3/ມາເລເຊຍ/ຮ້າລອງ