VOV WorldVOV World
ທະ​ຫານ​ອາ​ສາ​ສະ​ໝັກ, ນັກ​ຊ່ຽວ​ຊານການທະຫານ​ ຫວຽດ​ນາມ ຢູ່​ລາວ ສັນ​ຍາ​ລັກ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ນ້ຳ​ໃຈ​ມິດ​ຕະ​ພາບ​ແບບ​ພິ​ເສດ ຫວຽດ​ນາມ - ລາວ
14/12/2024 13:20
(VOVWORLD) - ປີ 1945, ເມື່ອປະເທດລາວ ປະເຊີນໜ້າກັບສິ່ງທ້າທາຍທີ່ໃຫຍ່ຫຼວງຈາກບັນດາກຳລັງຮຸກຮານ, ທະຫານອາສາສະໝັກ, ນັກຊ່ຽວຊານການທະຫານ ຫວຽດນາມ ໄດ້ຊ່ວຍປະຊາຊົນລາວ ປົກປັກຮັກສາເອກະລາດຂອງປະເທດຊາດ. ໃນຕະຫຼອດໄລຍະເວລານັ້ນ, ກອງທັບ ແລະ ນັກຊ່ຽວຊານການທະຫານຫວຽດນາມ ໄດ້ທຸ່ມກາຍທຸ່ມໃຈ, ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ເພື່ອໄປຍັງແຕ່ລະໝູ່ບ້ານ ເພື່ອຮ່ຽງບ່າຮ່ຽງໄຫຼ່ກັບເພື່ອນມິດລາວ. ມີນັກຮົບ, ນັກຊ່ຽວຊານການທະຫານຫວຽດນາມ ຫຼາຍຄົນໄດ້ເສຍສະຫຼະເລືອດເນື້ອຢູ່ດິນແດນເພື່ອນລາວ, ນຳສັນຕິພາບ, ຄວາມອີ່ມໜຳສຳລານສົມບູນພູມສຸກມາໃຫ້ປະຊາຊົນ. ບັນດາເລື່ອງລາວທີ່ຊາບຊຶ້ງກ່ຽວກັບການເສຍສະຫຼະຂອງນັກຮົບຫວຽດນາມ ຍາມໃດກໍ່ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈອ້າຍນ້ອງທີ່ສະໜິດຕິດພັນລະຫວ່າງສອງຊາດ ຫວຽດນາມ - ລາວ.
ທະ​ຫານ​ອາ​ສາ​ສະ​ໝັກ, ນັກ​ຊ່ຽວ​ຊານການທະຫານ​ ຫວຽດ​ນາມ ຢູ່​ລາວ ສັນ​ຍາ​ລັກ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ນ້ຳ​ໃຈ​ມິດ​ຕະ​ພາບ​ແບບ​ພິ​ເສດ ຫວຽດ​ນາມ - ລາວ
ນັ້ນແມ່ນການແບ່ງປັນຂອງທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຢູ່ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຢູ່ລາວ (30-10-1949 ຫາ 30-10-2024) ທີ່ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ ໃນໄລຍະຜ່ານມາ. ຢູ່ພິທີ, ບັນດາທະຫານອາສາສະໝັກ, ນັກຊ່ຽວຊານການທະຫານຫວຽດນາມ ຢູ່ລາວ ໄດ້ພ້ອມກັນຫວມຄືນບັນດາຄວາມຊົງໃຈທີ່ສະຫງ່າອົງອາດ... ໃນຍຸກຕໍ່ສູ້ຕ້ານພວກຫົວເມືອງຂຶ້ນຝລັ່ງ, ທະຫານອາສາສະໝັກຫວຽດນາມ ໄດ້ມີໜ້າຢູ່ທຸກບັ້ນຮົບລາວ ນັບແຕ່ຊຳເໜືອ, ຊຽງຂວາງ ຕະຫຼອດຮອດ ຜົ້ງສາລີ. ເຂົາເຈົ້າໄດ້ຕໍ່ສູ້, ແບ່ງປັນບົດຮຽນປະສົບການ, ຝືກຊ້ອມໃຫ້ກຳລັງປະກອບອາວຸດລາວ, ສ້າງຖານທີ່ໝັ້ນຢ່າງໝັ້ນແກ່ນ. ຫຼືໃນການຕໍ່ສູ້ຕ້ານພວກຈັກກະພັດ ອາເມລິກາ, ທະຫານອາສາສະໝັກຫວຽດນາມ ສືບຕໍ່ໜູນຊ່ວຍກຳລັງປະເທດລາວ ໃນບັນດາບັ້ນຮົບໃຫຍ່ຄື ບັ້ນຮົບປົດປ່ອຍທົ່ງໄຫຫີນ - ຊຽງຂວາງ, ປະກອບສ່ວນຕັດສິນໃຈເຂົ້າໃນໄຊຊະນະລວມໃນປີ 1975. ທ່ານພົນເອກ ຟານວັນຢາງ ກຳມະການກົມການເມືອງ, ຮອງເລຂາຄະນະພັກກອງທັບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ: ບັນດາວິລະກຳ, ຜົນງານ ແລະ ການເສຍສະຫຼະຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ໄດ້ສ້າງເປັນນ້ຳໃຈຢ່າງເລິກເຊິ່ງ ແລະ ຄວາມເຄົາລົບນັບຖືພິເສດໃນໃຈຂອງປະຊາຊົນລາວບັນດາເຜົ່າ, ຖືກກັບຄຳຍ້ອງຍໍສັນລະເສີນຂອງການນຳພັກ, ລັດ ແລະ ປະຊາຊົນລາວ: “ໃນດິນແດນລາວ, ບໍ່ມີບ່ອນໃດບໍ່ມີຮອຍຕີນຂອງທະຫານອາສາສະໝັກຫວຽດນາມ, ບໍ່ມີໄຊຊະນະໃດບໍ່ມີການເສຍສະຫຼະ, ການປະກອບສ່ວນຂອງທະຫານອາສາສະໝັກ ຫວຽດນາມ”.
TAG
VOV/VOVworld/ຫວຽດ​ນາມ/ລາວ

More