ທະຫານປະສານຕິດຕໍ່ຢູ່ເຂດດິນແດນ ລ້ານຊ້າງ
01/11/2020 06:00
(VOVWORLD) - ທ່ານ ຫງວຽນວັນຄວງ, ເກີດປີ 1922 ຢູ່ບ້ານ ເຕື໊ອງລວາດ, ຕາແສງ ອຽນຈິ, ເມືອງ ອີ໊ອຽນ, ແຂວງນາມດິ້ງ. ປີ 1930, ຍ້ອນຊີວິດການເປັນຢູ່ໄດ້ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ທ່ານໄດ້ໄປນຳພໍ່ ໄປອາໄສຢູ່ເມືອງຊຳເໜືອຂອງລາວເພື່ອຫາລ້ຽງຊີບ. ໂດຍມີສະຕິຕື່ນຕົວ, ທ່ານໄດ້ເຂົ້າຮ່ວມການເຄື່ອນໄຫວການປະຕິວັດໃນສະມາຄົມມິດຕະພາບ ຊາວຫວຽດນາມ ອາໄສຢູ່ ຊຳເໜືອ ນັບແຕ່ເມື່ອອາຍຸຫາກໍ່ໄດ້ 22 ປີ. ຜ່ານການຕໍ່ຕ້ານຕ້ານສັດຕູ ເປັນ 2 ຄັ້ງ, ທ່ານໄດ້ອຸທິດສ່ວນຊີວິດຂອງຕົນແກ່ການປະຕິວັດ ແລະ ໄມຕີຈິດມິດຕະພາບຂອງສອງປະເທດ ຫວຽດນາມ - ລາວ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກຫວຽດນາມ ແລະ ນັກຊ່ຽວຊານຫວຽດນາມຊ່ວຍເຫຼືອລາວ ຄົບຮອບ 71 ປີ (30 ຕຸລາ 1949 – 30 ຕຸລາ 2020), ບັນນາທິການວິທະຍຸກະຈາຍສ
ໂດຍເປັນຄົນມີຮູບຄີງນ້ອຍ, ສີໜ້າແຂງກ້າ, ເວົ້າຈາຈະແຈ້ງ, ເດັດຂາດ ບໍ່ມີໃຜເຊື່ອເລີຍວ່າ ປິນີ້, ທ່ານ ຫງວຽນວັນຄວງ ມີອາຍຸ 98 ປີແລ້ວ. ໃນສີໜ້ານັ້ນ ໄດ້ສະແດງໃຫ້ເຫັນຄຸນນະທາດຂອງອ້າຍທະຫານ “ລຸງໂຮ່”, ຕາຂອງທ່ານຮຸ່ງປະກາຍຂຶ້ນ ແລ້ວເລົ່າແຕ່ລະຄວາມຊົງຈຳໃນສະໄໝເຄື່ອນໄຫວການປະຕິວັດຢູ່ ຊຳເໜືອສູ່ຟັງວ່າ: “ ປີ 1944, ຊາວ ຫວຽດ ນາມ ອາ ໄສຢູ່ ຊຳ ເໜືອ ມີ ປະ ມານກວ່າ 200 ຄອບ ຄົວ ດ້ວຍ ຈຳ ນວນ ປະ ຊາ ກອນ 400 ຄົນ , ສ່ວນຫຼາຍ ແມ່ນ ມາ ທຳ ມາ ຫາ ກິນ , ບາງຄົນກໍໄປອອກແຮງງານ , ແຕ່ ສ່ວນຫຼາຍ ແມ່ນ ເປັນຊ່າງຕັດ ຫຍິບ . ນາຍ ຄູ ຫງວຽນ ຫຶວ ແຮງ ແລະ ທ່ານໝໍ ບຸ່ຍ ງ ອັກ ເຕ້ວ ແມ່ນ ຜູ້ ທີ່ ມີ ລະ ດັບ ວິຊາສະເພາະຢູ່ ຊຳ ເໜືອ ໄດ້ ເປັນ ຜູ້ ຈັດ ຕັ້ງ ຂົນ ຂວາຍ ພໍ່ ແມ່ ພີ່ ນ້ອງ ຊາວ ຫວຽດ ນາມ ອາ ໄສຢູ່ທີ່ ນີ້ ສ້າງ ຕັ້ງ ສະ ມາ ຄົມ ປະ ສານ ມິດ ຊາວ ຫວຽດ ນາມ ອາ ໄສ ຢູ່ ຊຳ ເໜືອ ”. ທ່ານ ຫງວຽນ ວັນ ຄວງ ດີໃຈທີ່ໄດ້ພົບກັບໝູ່ຮ່ວມກົມກອງ ພາຍໃຕ້ແອກປົກຄອງຂອງພວກລ່າເມືອງຂຶ້ນ ຝລັ່ງ, ປະຊາຊົນບັນດາເຜົ່າຂອງ ລາວ ກໍຄືພໍ່ແມ່ປະຊາຊົນຊາວຫວຽດນາມ ທີ່ດຳລົງຊີວິດ, ທຳມາຫາກິນ ຢູ່ ຊຳເໜືອ ບໍ່ມີສິດເສລີ, ຊີວິດການເປັນຢູ່ປະສົບກັບຄວາມຫຍຸ້ງຍາກ, ລຳບາກທີ່ສຸດ. ເດືອນ ມີນາ ປີ 1945, ຍີ່ປຸ່ນ ໂຄ່ນລົ້ມ ຝລັ່ງ ຢູ່ ອິນດູຈິນ, ອັກຄະລັດຖະທູດ ຝລັ່ງ ມີເຈດຈຳນົງຢາກມ້າງເພທຳລາຍ ໂຮງງານຜະລິດໄຟຟ້ານ້ຳຕົກ, ໂຮງໝໍ, ໂຮງຮຽນ ແລະ ບາງສຳນັກງານທີ່ຕັ້ງຢູ່ ຊໍາເໜືອ ເພື່ອກໍ່ຄວາມສັບສົນວຸ້ຍວາຍໃຫ້ແກ່ ກອງທັບ ຍີ່ປຸ່ນ ເມື່ອມາກຳອຳນາດ. ໂດຍເຫັນໄດ້ວ່າ ນີ້ແມ່ນວຽກງານທີ່ມີຄວາມສຳຄັນ, ສະມາຄົມປະສານມິດ ໄດ້ເປັນເຈົ້າການສົມທົບກັບເພື່ອນ ລາວ ເຕົ້າໂຮມ, ຂົນຂວາຍ, ຄວາມຕື່ນຕົວຂອງຊາວໜຸ່ມຜູ້ມີນ້ຳໃຈຮັກຊາດ, ກຽດຊັງສັດຕູ ຝລັ່ງ ເພື່ອສ້າງຕັ້ງກອງປ້ອງກັນຕົນເອງ ເພື່ອຮັບຜິດຊອບວຽກງານປົກປັກຮັກສາ ແລະ ສ້າງສາຍຕິດຕໍ່ປະສານກັບທະຫານ ຫວຽດມິນ. ໂດຍມີທ່າໄດ້ປຽບທີ່ໄດ້ຮຽນໜັງສື ລາວ ນັບແຕ່ຄາວຍັງນ້ອຍ, ເຂົ້າໃຈພູມສັນຖານ, ທ່ານ ຫງວຽນວັນຄວງ ແມ່ນໜຶ່ງໃນຈຳນວນສະມາຊິກດີເດັ່ນ 25 ຄົນ ໄດ້ຮັບຄວາມໄວ້ວາງໃຈ, ຄັດເລືອກ ແລະ ມອບໝາຍໜ້າທີ່ໃຫ້ຕິດຕາມສະພາບການພາຍໃນປະເທດຢ່າງໃກ້ຊິດຕິດແທດ, ໂຄສະນາກ່ຽວກັບອົງການ ຫວຽດມິນ ໃຫ້ແກ່ພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສ ຊຳເໜືອ, ສ້າງພື້ນຖານ ແລະ ຊ່ອງທາງຕິດຕໍ່ພົວພັນ. “ ພວກ ຂ້າ ພະ ເຈົ້າ ຮູ້ ສຶກ ງົງ ແລະ ສັບສົນທີ່ ສຸດ ເພາະ ວ່າ ໃນ ສະ ໄໝ ນັ້ນ ບໍ່ ຮູ້ ວ່າ ຈະ ເຮັດ ແນວ ໃດ , ພຽງ ແຕ່ ອີງ ໃສ່ ປະ ຊາ ຊົນ ເພື່ອ ສ້າງສາຍ ຕິດ ຕໍ່ປະສານກັນ . ຮອດ ເດືອນ ກຸມ ພາ ປີ 1947, ພ ວກ ຂ້າ ພະ ເຈົ້າ ໄດ້ ຕອນ ຮັບ ກົມ ກອງ ທຳ ອິດ ທີ່ ມີການ ປະ ກອບ ອາ ວຸດ ຢ່າງ ຄົບ ຖ້ວນ ແລ້ວ ບ ຸກ ເຂົ້າ ຍຶດ ຄອງ ເອົາ ເຂດ ຕາ ເວັນ ຕົກ ສ່ຽງ ເໜືອ ຂອງຊຳ ເໜືອ . ຫຼັງ ຈາກ ນັ້ນ , ພວກ ຂ້າ ພະ ເຈົ້າ ໄດ້ ຕ ້ອນ ຮັບ ກົມກອງທີ 2 ນັ້ນ ແມ່ນ ກອງ ພັນ C160 ເຊິ່ງ ເປັນ ອົງ ການ ທຳ ອິດ ຂອງກອງ ພັນ ໃຫຍ່ 52 ແລະ ອີກກົມ ກອງໜຶ່ງ ຄື ສຳ ພັນ ທະ ມິດ ລາວ - ຫວຽດ ນາມ , 2 ກົມກອງ ດັ່ງ ກ່າວ ໄດ້ໄປ ຢຶດ ຄອງເອົາ ຊຽງ ຄໍ້ ”.
TAG
VOV/VOVworld/ຫງວຽນວັນຄວງ/ທະຫານປະສານຕິດຕໍ່/ປຸກປັ່ນຍຸແຍ່
Related








