VOV WorldVOV World
ວິ​ສາ​ຫະ​ກິດ ຫວຽດ​ນາມ ພິ​ຊິດ​ຕະຫຼາດ “ເອົາໃຈ​ຍາກ” ອິນ​ໂດ​ເນ​ເຊຍ ເທື່ອ​ລະ​ກ້າວ
08/12/2024 05:00
(VOVWORLD) - SIAL Interfood 2024 ແມ່ນໜຶ່ງໃນບັນດາງານວາງສະແດງອາຫານ ແລະ ເຄື່ອງດື່ມໃຫຍ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຊິ່ງແກ່ຍາວແຕ່ວັນທີ 13 – 16 ພະຈິກ ຢູ່ ຈາກາຕາ, ອິນໂດເນເຊຍ. ຫວຽດນາມ ມີ 5 ວິສາຫະກິດເຂົ້າຮ່ວມ ດ້ວຍເປົ້າໝາຍແນະນຳ ແລະ ໂຄສະນາບັນດາຜະລິດຕະພັນ, ພ້ອມທັງຊອກຮູ້ໂອກາດສຳຜັດກັບຕະຫຼາດ ອິນໂດເນເຊຍ ທີ່ມີກຳລັງບົ່ມຊ້ອນ ກໍຄືພາກພື້ນ ແລະ ສາກົນ. ໃນລາຍການຊາຍຄາ ອາຊຽນ ພາກນີ້, ເຊີນທ່ານຮັບຟັງບົດຂຽນທີ່ພາດຫົວຂໍ້ “ວິສາຫະກິດ ຫວຽດນາມ ພິຊິດຕະຫຼາດ “ເອົາໃຈຍາກ” ອິນໂດເນເຊຍ ເທື່ອລະກ້າວ.
ວິ​ສາ​ຫະ​ກິດ ຫວຽດ​ນາມ ພິ​ຊິດ​ຕະຫຼາດ “ເອົາໃຈ​ຍາກ” ອິນ​ໂດ​ເນ​ເຊຍ ເທື່ອ​ລະ​ກ້າວ
ຊາວ ອິນໂດເນເຊຍ ມີຄວາມສົນໃຈຕໍ່ສິນຄ້າ ຫວຽດນາມ (ພາບ: VOV)  ມີວິສາຫະກິດຂອງຫຼາຍກວ່າ 25 ປະເທດ ທີ່ມາຈາກຫຼາຍພາກພື້ນແຕກຕ່າງກັນໃນໂລກເຂົ້າຮ່ວມງານວາງສະແດງ  SIAL Interfood 2024. ງານວາງສະແດງຄັ້ງນີ້ ໄດ້ແນະນຳບັນດາການປ່ຽນແປງໃໝ່ໃນຂົງເຂດອາຫານ, ເຄື່ອງດື່ມ, ການບໍລິການວາງສະແດງອາຫານ, ໂຮງແຮມ, ພັດທະຄານ, ຮ້ານກາເຟ ແລະ ຮ້ານຂາຍເຂົ້າໜົມ. ມີ 1.200 ຫົວໜ່ວຍເຂົ້າຮ່ວມ, ລວມມີວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) 150 ແຫ່ງຈາກຫຼາຍພາກພື້ນທີ່ແຕກຕ່າງກັນ, ເຄື່ອນໄຫວໃນຂົງເຂດຜະລິດ, ປຸງແຕ່ງ, ນຳເຂົ້າສົ່ງອອກ ແລະ ຈຳໜ່າຍອາຫານ ແລະ ເຄື່ອງດື່ມ.
TAG
VOV/VOVworld/ງານວາງສະແດງ SIAL Interfood 2024/ວິ​ສາ​ຫະ​ກິດ ຫວຽດ​ນາມ/ເຄື່ອງ​ດື່ມ/ອາ​ຫານ

More