VOV WorldVOV World
ວິ​ສາ​ຫະກິດ ​ໄທ ປະ​ຈໍາ ຫວຽດນາມ ​ໃນ​ໄລຍະ​ເກີດ​ໂລກລະບາດ​ໂຄ​ວິດ - 19
31/05/2020 01:00
(VOVWORLD) - ໂລກລະບາດໂຄວິດ - 19 ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງຊີວິດການເປັນຢູ່ຂອງປະຊາຊົນເທົ່ານັ້ນ ຫາກຍັງກໍ່ຄວາມຫຍຸ້ງຍາກໃຫ້ວິສາຫະກິດ ອີກດ້ວຍ. ຜົນຂອງການສໍາຫຼວດກ່ຽວກັບຜົນສະທ້ອນຂອງໂລກລະບາດໂຄວິດ - 19 ຕໍ່ບັນດາວິສາຫະກິດ ໄທ ປະຈໍາ ຫວຽດນາມ ຫຼາຍກວ່າວິສາຫະກິດສະມາຊິກ 52 ແຫ່ງ ຂອງສະຫະສະມາຄົມວິສາຫະກິດ ໄທ ປະຈໍາ ຫວຽດນາມ (TBA) ໃນເດືອນ ມີນາຜ່ານມາ ໄດ້ສະແດງໃຫ້ເຫັນວ່າ: ລະບົບສະໜອງ ແລະ logistic ຖືກຜົນສະທ້ອນໜັກໜ່ວງກວ່າ, ໂດຍກວມເອົາ 21,8%. ສິ່ງດັ່ງກ່າວ ເຮັດໃຫ້ການຜະລິດ ແລະ ລາຍຮັບຂອງບັນດາວິສາຫະກິດຫຼຸດລົງ. ເຖິງຢ່າງໃດກໍຕາມ, ບັນດາວິສາຫະກິດ ໄທ ຍາມໃດກໍປະຕິບັດຖືກຕ້ອງຕາມຂໍ້ກໍານົດຂອງລັດຖະບານຫວຽດນາມໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ, ຮັບປະກັນຄວາມປອດໄພໃຫ້ແກ່ຊາວຜູ້ອອກແຮງງານ ແລະ ຊອກຫາທິດທາງເພື່ອນໍາວິສາຫະກິດຜ່ານຜ່າໄລຍະອັນຫຍຸ້ງຍາກນີ້.
          ເຖິງວ່າມີປະສົບການເຄື່ອນໄຫວ ມາເປັນ 13 ປີ ແລະ ມີໂຮງຈັກຜະລິດອາໄຫຼ່ລົດໂອໂຕ, ລົດຈັກ ຢູ່ຮ່າໂນ້ຍແລ້ວກໍຕາມ, ແຕ່ຕໍ່ໜ້າຜົນກະທົບຂອງໂລກລະບາດໂຄວິດ - 19, ບໍລິສັດ Thai Summit Intereats ຫວຽດນາມຈໍາກັດ ກໍປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ທ່ານ ພີຣະພົງ ບົວທົນ, ຮອງຜູ້ອໍານວຍການໃຫຍ່ບໍລິສັດ  Thai Summit Intereats ຫວຽດນາມ ໃຫ້ຮູ້ວ່າ:           ເຖິງວ່າປະສົບກັບຄວາມຫຍຸ້ງຍາກຄືແນວນັ້ນກໍຕາມ ແຕ່ດ້ວຍຄໍາຂວັນທີ່ວ່າ “Before we build parts, we build people” (ອາດເຂົ້າໃຈວ່າ: ກ່ອນທີ່ພວກເຮົາຜະລິດອາໄຫຼ່ອອກມາ, ພວກເຮົາຕ້ອງສ້າງຄົນ), ຄະນະການນໍາກຸ່ມບໍລິສັດ Thai Summit ແລະ ບໍລິສັດ  Thai Summit Intereats ຫວຽດນາມ ຈໍາກັດຍາມໃດກໍຮັກສານະໂຍບາຍເບິ່ງແຍງດູແລໃຫ້ຊາວຜູ້ອອກແຮງງານໃຫ້ດີທີ່ສຸດ, ໂດຍສະເພາະແມ່ນໃນໄລຍະເກີດໂລກລະບາດ. ທ່ານ ປີຣະພົງ ບົວທົນ ໃຫ້ຮູ້ຕື່ມອີກວ່າ:  
TAG
VOV/VOVworld/ວິສາຫະກິດໄທ/ໂລກລະບາດ​ໂຄ​ວິດ - 19/ຊາວຜູ້ອອກແຮງງານ/ອາໄຫຼ່ລົດໂອໂຕ