30 ປີ ຫວຽດນາມ ເຂົ້າຮ່ວມ ອາຊຽນ: ໄລຍະທາງແຫ່ງຄວາມມານະພະຍາຍາມ
28/07/2025 08:43
(VOVWORLD) - ວັນທີ 28 ກໍລະກົດ, ແມ່ນຂີດໝາຍທີ່ສະເຫຼີມສະຫຼອງ 30 ປີ ແຫ່ງວັນຫວຽດນາມ ເຂົ້າຮ່ວມ ສະຫະສະມາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (ວັນທີ 28 ກໍລະກົດ 1995 – 28 ກໍລະກົດ 2025). ພາຍຫຼັງ 3 ທົດສະວັດເຊື່ອມໂຍງເຂົ້າກັບພາກພື້ນ, ຫວຽດນາມ ໄດ້ຢັ້ງຢືນບົດບາດເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າຕົນເອງ ແລະ ມີຄວາມຮັບຜິດຊອບ, ມີການປະກອບສ່ວນເຂົ້າໃນວຽກງານຫັນພາລະກຳປະຫວັດສາດຂອງ ອາຊຽນ ໃຫ້ປະກົດຜົນເປັນຈິງ ກໍຄື ແຜ່ກະຈາຍບັນດາເລື່ອງລາວທີ່ສຳເລັດຜົນຂອງ ອາຊຽນ.

ວັນທີ 28 ກໍລະກົດ 1995, ຢູ່ນະຄອນຫຼວງ Bandar Seri Begawan ຂອງ ລາຊະອານາຈັກ ບຣູໄນ, ໃນສຽງເພງຊາດ ຫວຽດນາມ ສະຫງ່າຜ່າເຜີຍ, ທຸງຊາດ ຫວຽດນາມ ປິວສະບັດພ້ອມກັບທຸງຊາດຂອງ 6 ປະເທດສະມາຊິກ ອາຊຽນ ອື່ນ (ລວມມີ: ສິງກະໂປ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ໄທ, ບຣູໄນ), ໄດ້ເປີດໜ້າປະຫວັດສາດໃໝ່ຂອງພາກພື້ນ: ຫວຽດນາມ ກາຍເປັນສະມາຊິກທີ 7 ຂອງ ອາຊຽນ ຢ່າງເປັນທາງການ. ເຫດການດັ່ງກ່າວແມ່ນຂີດໝາຍໃນເສັ້ນທາງເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກຂອງ ຫວຽດນາມ. ພ້ອມດຽວກັນນັ້ນ, ນີ້ກໍແມ່ນບາດກ້າວເດີນ ເພື່ອແນໃສ່ຫັນວິໄສທັດຂອງບັນດາຜູ້ກໍ່ຕັ້ງ ອາຊຽນ ກ່ຽວກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ເປັນເອກະພາບ, ຜູກພັນກັນດ້ວຍຄວາມຄາດຫວັງອັນດຽວກັນ ກ່ຽວກັບສັນຕິພາບ ແລະ ວັດທະນາຖາວອນ ໃຫ້ປະກົດຜົນເປັນຈິງ.
TAG
VOV/VOVworld/ນະໂຍບາຍຊີ້ຂາດ/ຫວຽດນາມ ເຂົ້າຮ່ວມ ອາຊຽນ
Related








