VOV WorldVOV World
ເປີດ​ໜ້າ​ປະ​ຫວັດ​ສາດໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ ຫວຽດ​ນາມ - ຈີນ
13/04/2026 08:54
[VOVWORLD] - ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຈາກ​ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ແລະ ພັນ​ລະ​ຍາ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ ແຕ່​ວັນ​ທີ 14 – 17 ເມ​ສາ. ການ​ຢ້ຽມ​ຢາມມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ຕໍ່​ທັງ​ສອງ​ປະ​ເທດ, ເປີດໜ້າ​ປະ​ຫວັດ​ສາດໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ ຫວຽດ​ນາມ - ຈີນ.
ເປີດ​ໜ້າ​ປະ​ຫວັດ​ສາດໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ ຫວຽດ​ນາມ - ຈີນ
ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ຄັ​້​ງ​ທຳ​ອິດ​ຂອງ​ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ ຫວຽດ​ນາມ ໂຕ​ເລິມ ພາຍຫຼັງ ທີ່ ຫວຽດ​ນາມ ບູ​ລະ​ນະ​ບັນ​ດາ​ຕຳ​ແໜ່ງ​ການ​ນຳ​ລັດ​ຢ່າງ​ສົມ​ບູນ​ແບບ​ໃນ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI. ພ້ອມ​ດຽວ​ກັນ​ນັ້ນ, ​ການ​ຢ້ຽມ​ຢາມ​ປະ​ເທດ ຈີນ ຄັ້ງ​ນີ້ ກໍ​ແມ່ນການ​ຢ້ຽມຢາມຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ພາຍຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ. ການ​ຢ້ຽມ​ຢາມ​ແມ່ນ​ການ​ເຄື່ອ​ນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ທີ່​ສຳ​ຄັນ​ທີ່​ສຸດ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ຫວຽດ​ນາມ ແລະ ຈີນ ໃນ​ປີ​ນີ້, ເຮັດ​ໃຫ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ສ້າງ​ປະ​ຊາ​ຄົມ​ແບ່ງ​ປັນ​ອະ​ນາ​ຄົດ ຫວຽດ​ນາມ - ຈີນ ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ໃໝ່​ໃຫ້​ເລິກ​ເຊິ່ງກວ່າ​ອີກ. 13.4-tsct_am-anh_1.jpg
TAG
VOV/VOVWORLD/​ສາຍ​ພົວ​ພັນ ຫວຽດ​ນາມ - ຈີນ/ເລ​ຂາ​ທິ​ການ​ໃຫຍ່/ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ/ທ່ານເລ​ຂາ​ທິ​ການ​ໃຫຍ່/ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ