5 ປີ ສັນຍາ EVFTA - ກຳນົດທິດການຮ່ວມມືຍຸດທະສາດໃນໄລຍະໃໝ່
11/06/2025 09:00
(VOVWORLD) - ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ມີຜົນສັກສິດແຕ່ເດືອນສິງຫາ 2020. ພາຍຫຼັງ ການຜັນຂະຫຍາຍມາເປັນ 5 ປີ, EVFTA ບໍ່ພຽງແຕ່ຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງ ຫວຽດນາມ ແລະ EU ເທົ່ານັ້ນ, ຫາກຍັງແມ່ນເຄື່ອງມືສຳຄັນເພື່ອເຊື່ອມຕໍ່ສອງທະວີບ, ຊຸກຍູ້ການພົວພັນທາງການຄ້າລະຫວ່າງສອງຝ່າຍຢ່າງແຮງອີກດ້ວຍ. ຫວນຄືນໄລຍະທາງຜ່ານມາ, ສອງຝ່າຍໄດ້ຕັ້ງໜ້າສົມທົບກັນເພື່ອກຳນົດທິດການຮ່ວມມືຍຸດທະສາດ ໃນສະພາບການໃໝ່.

ທ່ານ ຫງວຽນວັນຖາວ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ ແລະ EU ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: TTXVN) 5 ປີຜ່ານມາ, EVFTA ໄດ້ພິສູດໃຫ້ເຫັນບົດບາດແມ່ນເຄື່ອງມືຮ່ວມມືເສດຖະກິດສຳຄັນ, ເປັນຕົ້ນແມ່ນໃນສະພາບການໂລກຕ້ອງປະເຊີນໜ້າກັບການຜັນແປໃຫຍ່ຫຼາຍຢ່າງພາຍຫຼັງສັນຍາມີຜົນສັກສິດຄື: ໂລກລະບາດ ໂຄວິດ - 19, ຄວາມເຄັງຕຶ່ງດ້ານການເມືອງເພື່ມຂຶ້ນ. EVFTA ບໍ່ພຽງແຕ່ຊຸກຍູ້ການພົວພັນທາງການທູດ - ການລົງທຶນລະຫວ່າງ ຫວຽດນາມ - EU ຢ່າງແຮງເທົ່ານັ້ນ, ຫາກຍັງປະກອບສວ່ນຫຼຸດຜ່ອນການຂາດວັກຂາດຕອນຂອງລະບົບສະໜອງທົ່ວໂລກອີກດ້ວຍ. ເຖິງຢ່າງໃດກໍຕາມ, ຄວາມສາມາດບົ່ມຊ້ອນໃນການຂຸດຄົ້ນ EVFTA ຍັງໃຫຍ່ຫຼວງຢູ່ ແລະ ສອງຝ່າຍໄດ້ເຫັນດີເປັນເອກະພາບຕ້ອງສືບຕໍ່ເສີມຂະຫຍາຍຢ່າງມີປະສິດທິຜົນສູງ.
TAG
VOV/VOVworld/EVFTA/ຫວຽດນາມ/EU
Related








