VOV WorldVOV World
ອາຊຽນ 51 ປີ ແລະ ບັນດາເປົ້າໝາຍໃໝ່ໃນສະພາວະສາກົນໃໝ່
08/08/2018 09:10
(VOVWORLD) - ວັນທີ 08 ສິງຫາ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ສະເຫຼີມສະຫຼອງ 51 ປີແຫ່ງວັນສ້າງຕັ້ງ (08/08/1967 – 08/08/2018).
ອາຊຽນ 51 ປີ ແລະ ບັນດາເປົ້າໝາຍໃໝ່ໃນສະພາວະສາກົນໃໝ່
ບັນດາຜົນງານເຊິ່ງ ອາຊຽນ ບັນລຸໄດ້ໃນກ່ວາ 5 ທົດສະວັດຜ່ານມາ ໄດ້ນຳ ອາຊຽນ ກາຍເປັນພາກພື້ນພັດທະນາຂະຫຍັນຂັນເຄື່ອນ ແລະ ມີຜົນສະທ້ອນໃຫຍ່ທີ່ສຸດຢູ່ພາກພື້ນ ອາຊີ - ປາຊີຟິກ. ອາຊຽນ ໄດ້ກາຍເປັນປະຊາຄົມຮ່ວມການຜູກຮັດ ແລະ ພວມຕັດສິນໃຈເພື່ອບັນລຸໄດ້ບັນດາບາດກ້າວໄປໄກກ່ວາໃນອະນາຄົດ ໃນສະພາບການສາກົນ ແລະ ພາກພື້ນພວມມີການຫັນແປຫລາຍຢ່າງ.   ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະ SOM ຫວຽດນາມ ຫງວຽນກວັກຢຸງ         ກ່ອນນີ້ 51 ປີ, ວັນທີ 08 ສິງຫາ 1967, ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍມີ 5 ປະເທດເຂົ້າຮ່ວມ. ຜ່ານ 51 ປີ, ອາຊຽນ ໄດ້ເຕີບໃຫຍ່ເຂັ້ມແຂງ, ກາຍເປັນປະຊາຄົມລວມມີ 10 ປະເທດສະມາຊິກ ໄດ້ກຳນົດຊາຕາກຳຂອງຕົນ ແລະ ນັບມື້ນັບເຕີບໃຫຍ່ກ່ຽວກັບດ້ານການເມືອງກ່ວາ, ໝັ້ນຄົງກ່ຽວກັບເສດຖະກິດກ່ວາ, ປັບປຸງກ່ຽວກັບລະບອບລະບຽບການກ່ວາ, ຜູກຮັດໃນການພົວພັນກ່ວາ.
TAG
VOV/VOVworld/ອາ​ຊຽນ/ຫວຽດ​ນາມ/ການ​ພັດ​ທະ​ນາ

More