ອາຊຽນ ແມ່ນແບບຢ່າງການຮ່ວມມືທີ່ປະສົບຜົນສຳເລັດໃນການຮັບມືກັບໂລກລະບາດ
16/09/2020 08:11
(VOVWORLD) - ໂລກລະບາດອັກເສບປອດໂດຍໄວຣັດໂຄໂຣນາສາຍພັນໃໝ່ກໍ່ຂຶ້ນ (Covid-19) ໄດ້ແຜ່ລະບາດຢ່າງວ່ອງໄວໃນທົ່ວໂລກ, ເຮັດໃຫ້ບັນດາການເຄື່ອນໄຫວເສດຖະກິດ - ສັງຄົມໃນທົ່ວໂລກຖືກຢຸດສະງັກ. ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍ່ບໍ່ນອນນອກເໜືອຈາກຜົນສະທ້ອນດັ່ງກ່າວ.

ເຖິງຢ່າງໃດກໍ່ຕາມ, ນັບແຕ່ຕົ້ນປີມາຮອດປະຈຸບັນ, ດ້ວຍບົດບາດເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ພ້ອມກັບ ອາຊຽນ ຜັນຂະຫຍາຍບັນດາຂໍ້ລິເລີ່ມ, ຫລຸດຜ່ອນບັນດາຜົນເສຍຫາຍລົງຍ້ອນໂລກລະບາດກໍ່ຂຶ້ນ, ນຳ ອາຊຽນ ກາຍເປັນແບບຢ່າງການຮ່ວມມືພາກພື້ນທີ່ປະສົບຜົນສຳເລັດໃນການຮັບມືກັບໂລກລະບາດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ກ່າວຄຳເຫັນທີ່ກອງປະຊຸມ AMM-53 . ພາບ: baokhanhhoa.vn ຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ຫາກໍ່ສິ້ນສຸດລົງໃນມໍ່ໆມານີ້ ໄດ້ຢັ້ງຢືນບັນດາໝາກຜົນວຽກງານທັງໝົດຂອງ ອາຊຽນ ໃນໄລຍະຜ່ານມາ, ໃນນັ້ນ ຢັ້ງຢືນບັນດາຂໍ້ລິເລີ່ມ, ຂໍ້ສະເໜີທັງໝົດຂອງ ຫວຽດນາມ ໃນປີ 2020 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19. ມາຮອດປະຈຸບັນ, ບໍ່ພຽງແຕ່ມີບັນດາປະເທດໃນພາກພື້ນເທົ່ານັ້ນ ຫາກຍັງມີທັງບັນດາຄູ່ຮ່ວມມືນອກ ອາຊຽນ ກໍ່ລ້ວນແຕ່ເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງບັນດາໂຄງການດັ່ງກ່າວ ແລະ ໃຫ້ຄຳໝັ້ນສັນຍາພ້ອມກັນຮ່ວມມື, ສືບຕໍ່ຮັບມືກັບໂລກລະບາດໂຄວິດ-19 ຕື່ມອີກ.
TAG
VOV/VOVworld/ອາຊຽນ/AMM/ໂລກລະບາດ/ໂຄວິດ
Related
More








