VOV WorldVOV World
ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ
07/05/2024 09:58
(VOVWORLD) - ວັນທີ 07 ພຶດສະພາ, ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (ວັນທີ 07 ພຶດສະພາ 1954 – 07 ພຶດສະພາ 2024) ຂຶ້ນຢ່າງສົມກຽດ, ເຊິ່ງເປັນໄຊຊະນະໄດ້ສ້າງຂີດໝາຍໃນປະຫວັດສາດໂລກ. ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ. ໄຊຊະນະ ດ້ຽນບຽນຝູ ຊຸກຍູ້ຂະບວນການປົດປ່ອຍຊາດທົ່ວໂລກບັນລຸໄດ້ໄຊຊະນະຢ່າງສົມບູນ.
ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ
ໄຊຊະນະປະຫວັດສາດ ດ້ຽນບຽນຝູ ໄດ້ຮັບການຊົມເຊີຍຈາກບັນດາປະຊາຊາດທີ່ຖືກກົດຂີ່ຂູດຮີດໃນໂລກໃນສະໄໝນັ້ນ ຄືດັ່ງສັນຍານກ່າວເຕືອນເຖິງສົງຄາມອື່ນ.
TAG
VOV/VOVworld/ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ/ຂີດ​ໝາຍ/ປະ​ຫວັດ​ສາດ​ໂລກ