APEC 2017 ຈະສ້າງບາດລ້ຽວໃຫ້ແກ່ດ້ານການຄ້າ, ການລົງທຶນໂລກ
20/02/2017 08:22
(vovworld)- ບັນດາການປະຊຸມໃນຂອບເຂດກອງປະຊຸມເຈົ້າຫນ້າທີ່ອະວຸໂສຄັ້ງທີ 1 ແມ່ນເວທີປາໄສຮ່ວມມືເສດຖະກິດ ອາຊີ ປາຊີຟີກ (APEC)

(vovworld)- ບັນດາການປະຊຸມໃນຂອບເຂດກອງປະຊຸມເຈົ້າຫນ້າທີ່ອະວຸໂສຄັ້ງທີ 1 ແມ່ນເວທີປາໄສຮ່ວມມືເສດຖະກິດ ອາຊີ ປາຊີຟີກ (APEC) ພວມດຳເນີນຢູ່ນະຄອນ ຍາຈາງ ແຂວງ ແຄງຮ່ວາ, ປະເທດຫວຽດນາມ. ນີ້ແມ່ນການເຄື່ອນໄຫວເປີດສາກມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນກຳນົດທິດການເຄື່ອນໄຫວໃຫ້ທັງປີ APEC 2017 ຊື່ງຫວຽດນາມ ເປັນເຈົ້າພາບຈັດຕັ້ງ. ດ້ວຍຫົວຂໍ້ວ່າ “ສ້າງກຳລັງຫນູນໃຫມ່, ພ້ອມກັນເພີ່ມພູນຄູນສ້າງໃຫ້ອະນາຄົດລວມ”, APEC 2017 ຈະສ້າງບາດກ້າວຫັນປ່ຽນໃຫມ່ໃຫ້ແກ່ການເຕີບໂຕ, ດ້ານການຄ້າ ແລະ ການລົງທຶນໃນສະພາບເສດຖະກິດໂລກມີການຜັນແປຫລາຍຢ່າງ.
TAG
vovworld/ສິ່ງທ້າທາຍ
Related








