ບາດກ້າວຫັນປ່ຽນສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ
08/08/2025 09:29
(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຈະເດີນໄປຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ແຕ່ວັນທີ 10 – 13 ສິງຫາ. ການຢ້ຽມຢາມເປັນການຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ປາດຖະໜາຢາກນຳການພົວພັນຮ່ວມມືກັບ ສ.ເກົາຫຼີ ພັດທະນາຂຶ້ນສູ່ລະດັບສູງໃໝ່, ພ້ອມທັງແຜ່ກະຈາຍສານທີ່ວ່າ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່, ຕ້ອງມີການຮ່ວມເດີນທາງຈາກບັນດາເພື່ອນມິດສາກົນ, ພິເສດແມ່ນຈາກບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານ, ໃນນັ້ນມີ ສ.ເກົາຫຼີ.

ທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນແຂກຕ່າງປະເທດທຳອິດຂອງອຳນາດການປົກຄອງປະທານາທິບໍດີຄົນໃໝ່ ທ່ານ Lee Jae Myung ແລະ ແມ່ນການຢ້ຽມຢາມ ສ.ເກົາຫຼີ ຄັ້ງທຳອິດຂອງເລຂາທິການໃຫຍ່ ຫວຽດນາມ ພາຍຫຼັງ 11 ປີ. ການຢ້ຽມຢາມໄດ້ດຳເນີນໃນສະພາບການພົວພັນ ຫວຽດນາມ - ສ.ເກົາຫຼີ ພວມຢູ່ໃນໄລຍະພັດທະນາດີງາມທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ພິເສດ ພາຍຫຼັງທີ່ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການ ເມື່ອເດືອນທັນວາ 2022.
TAG
VOV/VOVworld/ສ.ເກົາຫຼີ - ຫວຽດນາມ/ເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ/ຢ້ຽມຢາມທາງລັດຖະກິດ
Related








