ບາດກ້າວຍຸດທະສາດກ່ຽວກັບຄວາມໝັ້ນຄົງດ້ານພະລັງງານຂອງ ຫວຽດນາມ
22/09/2025 08:37
(VOVWORLD) - ໂດຍກຳນົດພະລັງງານແມ່ນເສັ້ນເລືອດຂອງພື້ນຖານເສດຖະກິດ, ແມ່ນເສົາຄ້ຳຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຫວ່າງມໍ່ໆມານີ້ ຫວຽດນາມ ໄດ້ປະກາດໃຊ້ມະຕິສະບັບເລກທີ 70 – NQ/TW ຂອງສູນກາງ ວ່າດ້ວຍການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ຮອດປີ 2030, ວິໄສທັດຮອດປີ 2045. ນີ້ແມ່ນບາດກ້າວຍຸດທະສາດ, ຕອບສະໜອງການຮັບປະກັນຄວາມໝັ້ນຄົງແບບໃໝ່ຂອງຍຸກສະໄໝຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ.

ມະຕິສະບັບເລກທີ 70 ໄດ້ປະກາດໃຊ້ໃນສະພາບການໂລກພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງ ເຊັ່ນ: ວິກິດການດ້ານພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ, ການແກ້ງແຍ້ງພູມີສາດການເມືອງ ແລະ ການຫັນປ່ຽນບັນດາລະບົບສະໜອງທົ່ວໂລກ. ສຳລັບ ຫວຽດນາມ, ປະເທດທີ່ມີລະດັບການເຕີບໂຕສູງ, ຄວາມຕ້ອງການດ້ານພະລັງງານນັບມື້ນັບຫຼາຍຂຶ້ນ, ການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອພັດທະນາເສດຖະກິດແບບຍືນຍົງ ແລະ ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດ.
TAG
VOV/VOVworld/ພະລັງງານ/ການປ່ຽນແປງຂອງດິນຟ້າອາກາດ/ການສະໜອງໄຟຟ້າ
Related








