ບາດກ້າວບຸກທະລຸຈາກມະຕິສະບັບເລກທີ 57: ຜົນງານໃນເບື້ອງຕົ້ນຈາກທ້ອງຖິ່ນ
29/09/2025 08:43
(VOVWORLD) - ເລື່ອງກົມການເມືອງປະກາດໃຊ້ມະຕິສະບັບເລກທີ 57 – NQ/TW ກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ ໄດ້ເປີດວິໄສທັດຍຸດທະສາດໃໝ່, ສະແດງຄວາມຄາດຫວັງສ້າງປະເທດ ຫວຽດນາມ ຮຸ່ງເຮືອງສີວິໄລໃນສັງກາດດີຈີຕອນ. ສິ່ງທີ່ໜ້າສົນໃຈແມ່ນ ພາຍຫຼັງໄລຍະເວລາອັນສັ້ນໆ, ຈາກສູນກາງລົງຮອດທ້ອງຖິ່ນ, ເລື່ອງປະຕິບັດມະຕິສະບັບດັ່ງກ່າວກໍບັນລຸໄດ້ບັນດາຜົນງານໃນເບື້ອງຕົ້ນ. ບັນດາການຫັນປ່ຽນນັ້ນ ບໍ່ພຽງແຕ່ຢັ້ງຢືນຄວາມຕັດສິນໃຈດ້ານການເມືອງເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມສາມາດຫັນແຜນນະໂຍບາຍໃຫຍ່ຂອງພັກຄອມມູນິດ ຫວຽດນາມ ກາຍເປັນການກະທຳລະອຽດໃນຊີວິດຕົວຈິງ.

ຈຸດເນັ້ນໜັກທີ່ພົ້ນເດັ່ນແມ່ນ ຮອດທ້າຍເດືອນກໍລະກົດ 2025, 34/34 ແຂວງ, ນະຄອນ ໃນທົ່ວປະເທດບັນລຸໄດ້ “ສີຂຽວ” ໃນແຜນທີ່ຕິດຕາມກວດກາຂອງສູນບໍລິຫານລັດຖະບານ (ລະຫັດ: https://nq57.vn ). ສິ່ງດັ່ງກ່າວໝາຍຄວາມວ່າ ບັນດາທ້ອງຖິ່ນໄດ້ປະຕິບັດສຳເລັດໂດຍພື້ນຖານບັນດາໜ້າທີ່ ທີ່ໄດ້ກຳນົດກ່ອນວັນທີ 01 ສິງຫາ 2025. ນີ້ແມ່ນການພິສູດໃຫ້ເຫັນການຮ່ວມແຮງຮ່ວມໃຈ, ຈິດໃຈປະຕິບັດຕາມລະບຽບວິໄນ ແລະ ຄວາມຮັບຜິດຊອບສູງຈາກລະບົບການເມືອງຢູ່ແຕ່ລະຂັ້ນ, ແຕ່ລະທ້ອງຖິ່ນ.
TAG
VOV/VOVworld/ມະຕິສະບັບເລກທີ 57/ນະວັດຕະກຳ/ວິທະຍາສາດເຕັກໂນໂລຢີ
Related








