VOV WorldVOV World
ບາດກ້າວໃຫມ່ໃນການພົວພັນ ລະຫວ່າງ ຍີ່ປຸ່ນ ແລະ ຈີນ
01/06/2012 09:10
ນັບ​ແຕ່​ວັນ​ທີ 1/6 ​ເປັນຕົ້ນ​​ໄປ, ສອງ​ປະ​ເທດ​ມະຫາ​ອຳນາດ​ເສດຖະກິດ​ຊັ້ນ​ນຳ​ຂອງ​ໂລກ ນັ້ນ​ແມ່ນ ຍີ່​ປຸ່ນ ​ແລະ ຈີນ ປະຕິບັດ​ການ​​​ແລກປ່ຽນຄ້າຂາຍສອງ​ຝ່າຍ ໂດຍ​ກົງ ດ້ວຍສະກຸນເງິນ​​ເຢັນຂອງ​ຍີ່​ປຸ່ນ ​ແລະ ​ສະກຸນເງິນ​ຢວນຂອງ​ຈີນ
ບາດກ້າວໃຫມ່ໃນການພົວພັນ ລະຫວ່າງ ຍີ່ປຸ່ນ ແລະ ຈີນ
(vovworld)- ນັບ​ແຕ່​ວັນ​ທີ 1/6 ​ເປັນຕົ້ນ​​ໄປ, ສອງ​ປະ​ເທດ​ມະຫາ​ອຳນາດ​ເສດຖະກິດ​ຊັ້ນ​ນຳ​ຂອງ​ໂລກ ນັ້ນ​ແມ່ນ ຍີ່​ປຸ່ນ ​ແລະ ຈີນ ປະຕິບັດ​ການ​​​ແລກປ່ຽນຄ້າຂາຍສອງ​ຝ່າຍ ໂດຍ​ກົງ ດ້ວຍສະກຸນເງິນ​​ເຢັນຂອງ​ຍີ່​ປຸ່ນ ​ແລະ ​ສະກຸນເງິນ​ຢວນຂອງ​ຈີນ. ​ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ສົ່ງ​ຜົນ​ກະທົບ​ເຖິງ​ກາ​ນຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ ​ເທົ່າ​ນັ້ນ ຫາກ​ຍັງ​ກະທົບ​ເຖິງ​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ອີກ​ດ້ວຍ. ການ​ພົວພັນ ລະຫວ່າງ ປັກ​ກີ່​ງ ​ແລະ ​ໂຕ​ກຽວ ຍັງ​ມີ​ສິ່ງ​ກີດຂວາງ​ຫລາຍ​ຢ່າງ ​ແຕ່​ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ເງິນຕາ​ນີ້ ​ຈະເຮັດ​ໃຫ້​ສອງ​ປະ​ເທດ​ຕ້ອງ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ​ແລະ ​ເອື້ອຍ​ອີງເຊິ່ງກັນ ​ແລະ​ ກັນ ​
TAG
ສະກຸນເງິນ