ບັນດາສັນຍານຕັ້ງຫນ້າຈາກວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ
25/06/2018 14:16
(VOVWORLD) -ຕອນເຊົ້າວັນທີ 25 ມິຖຸນາ, ຢູ່ ຮ່າໂນ້ຍ ໄດ້ໄຂກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ. ກອງປະຊຸມໄດ້ດຳເນີນພາຍຫລັງໄລຍະຫນຶ່ງ ວຽກງານປ້ອງກັນ ຕ້ານການສໍ້ລາດບັງຫລວງ ຢູ່ ຫວຽດນາມ ໄດ້ຮັບການຍູ້ແຮງຢ່າງຂ້ຽວຂາດ, ສຸດກົກສຸດປາຍ ບັນລຸໝາກຜົນຕັ້ງຫນ້າຫລາຍຢ່າງໃນຫລາຍດ້ານ.

ສາດສະດາຈານ ຮ່ວາງຈີບ່າວ ອະດີດ ກຳມະການສະພາທິດສະດີສູນກາງ ວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ ຢູ່ຫວຽດນາມ ໄດ້ປະຕິບັດມາແຕ່ດົນນານແລ້ວ ແຕ່ວຽກງານນີ້ໄດ້ຮັບການຍູ້ແຮງຢ່າງຂ້ຽວຂາດ, ສຸດກົກສຸດປາຍ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ດ້ວຍແຜນນະໂຍບາຍລະດົມກຳລັງແຮງຂອງທົ່ວປວງຊົນທັງຊາດ, ຂອງທັງລະບົບການເມືອງ ແລະ ທັງສັງຄົມເຂົ້າຮ່ວມ. ສະເພາະໃນ 2 ປີ ຄືແຕ່ປີ 2016 -2017 ແລະ 6 ເດືອນຕົ້ນປີ 2018 ໄດ້ຊີ້ນຳແກ້ໄຂ 52 ຄະດີ, 33 ກໍລະນີ, ໃນນັ້ນ ມີຫລາຍຄະດີໃຫຍ່ກ່ຽວຂ້ອງເຖິງການສໍ້ລາດບັງຫລວງ ໄດ້ ແລະ ພວມໄດ້ຮັບການແກ້ໄຂຢ່າງເດັດຂາດ. ບັນດາຕົວເລກນີ້ສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງໃຫຍ່ຂອງພັກ, ລັດ. ຕ້ານການສໍ້ລາດບັງຫລວງຢ່າງບໍ່ມີຂອບເຂດ, ບໍ່ມີເຂດເກືອດຫ້າມ.
TAG
VOV/VOVworld/ຖັນແຖວພະນັກງານ
Related
More








