ບັນເທົາຄວາມເຈັບປວດຍ້ອນລູກລະເບີດ ໝາກມິ່ນບໍ່ທັນແຕກ ຢູ່ ຫວຽດນາມ
09/12/2011 08:36
ເຖິງວ່າສົງຄາມໄດ້ລ່ວງເລີຍໄປເກືອບ 40 ປີ ແລ້ວກໍຕາມ, ແຕ່ໃນທົ່ວທຸກເຂດແຄວ້ນຢູ່ ຫວຽດນາມ ຍັງມີລູກລະເບີດ ໝາກມິ່ນບໍ່ທັນແຕກຕົກຄ້າງ ແລະ ໃນບາງມື້ສຽງຍັງມີສຽງລະເບີດຢູ່ທ້ອງຖິ່ນຈຳນວນຫນຶ່ງ

ເຖິງວ່າສົງຄາມໄດ້ລ່ວງເລີຍໄປເກືອບ 40 ປີ ແລ້ວກໍຕາມ, ແຕ່ໃນທົ່ວທຸກເຂດແຄວ້ນຢູ່ ຫວຽດນາມ ຍັງມີລູກລະເບີດ ໝາກມິ່ນບໍ່ທັນແຕກຕົກຄ້າງ ແລະ ໃນບາງມື້ສຽງຍັງມີສຽງລະເບີດຢູ່ທ້ອງຖິ່ນຈຳນວນຫນຶ່ງ. ແຕ່ລະປີ, ຈຳນວນຜູ້ຖືກເຄາະຮ້າຍຈາກລູກລະເບີດບໍ່ທັນແຕກພາຍຫລັງສົງຄາມເພີ່ມຂຶ້ນ. ການແກ້ໄຂຜົນຮ້າຍຢ່ອນຫລັງຈາກລູກລະເບີດໝາກມິ່ນບໍ່ທັນແຕກຍັງຕົກຄ້າງພາຍຫລັງສົງຄາມ ແມ່ນການຕໍ່ສູ້ອັນຫຍຸ້ງຍາກ ແລະ ເຕັມໄປດ້ວຍຄວາມທົດສອບຂອງຫວຽດນາມ ໃນໄລຍະປະຈຸບັນ. ເພາະສະນັ້ນ ຄະນະຊີ້ນຳແຫ່ງຊາດກ່ຽວກັບໂຄງການເຄື່ອນໄຫວແຫ່ງຊາດວ່າດ້ວຍການແກ້ໄຂຜົນຮ້າຍຢ່ອນຫລັງຈາກລູກລະເບີດບໍ່ທັນແຕກພາຍຫລັງສົງຄາມ ໄລຍະ 2010 - 2025 (ຄະນະຊີ້ນຳ 504) ຫາກໍ່ສະເຫນີຕົວໃນອາທິດຜ່ານມາ ຢູ່ ຮ່າໂນ້ຍ. ການສ້າງໂຄງການ 504 ແມ່ນບາດລ້ຽວສຳຄັນ ຊ່ວຍລະດົມກຳລັງແຮງສັງລວມຂອງທັງປະເທດ ແລະ ສາກົນ, ສ້າງກົນໄກລະຫວ່າງຂະແຫນງ ໃຫ້ແກ່ການແກ້ໄຂ, ທຳລາຍລູກລະເບີດບໍ່ທັນແຕກໃນທົ່ວປະເທດຫວຽດນາມ.
Related








