VOV WorldVOV World
ບົດຂຽນຂອງທ່ານເລຂາທິການໃຫຍ່ ໂຕເລິມ ດ້ວຍຫົວຂໍ້ “ປະເທດ ຫວຽດນາມ ແມ່ນໜຶ່ງ, ຊົນຊາດ ຫວຽດນາມ ແມ່ນໜຶ່ງ”
28/04/2025 11:39
(VOVWORLD) - ພະແນກກະຈາຍສຽງພາກພາສາຕ່າງປະເທດ (VOV5) ຂໍເປັນກຽດແນະນຳບົດຂຽນຂອງທ່ານເລຂາທິການໃຫຍ່ ໂຕເລິມ ດ້ວຍຫົວຂໍ້ “ປະເທດ ຫວຽດນາມແມ່ນໜຶ່ງ, ຊົນຊາດ ຫວຽດນາມແມ່ນໜຶ່ງ”.
ບົດຂຽນຂອງທ່ານເລຂາທິການໃຫຍ່ ໂຕເລິມ ດ້ວຍຫົວຂໍ້ “ປະເທດ ຫວຽດນາມ ແມ່ນໜຶ່ງ, ຊົນຊາດ ຫວຽດນາມ ແມ່ນໜຶ່ງ”
ຈຸດເວລາທຸງປົດປ່ອຍໄດ້ປິວສະປັດຢູ່ຈອມທຳນຽບ ດົກເລິບ ແປວ່າ ທຳນຽບ ເອກະລາດ ເມື່ອຕອນສວຍ ວັນທີ 30 ເມສາ ປີ 1975 ໄດ້ນຳເຂົ້າໃນປະຫວັດສາດຊົນຊາດ ຄືເຫດການທີ່ມີຄວາມເປັນກຽດສຳຄັນຍິ່ງ - ວັນພາກໃຕ້ ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ. ນັ້ນບໍ່ພຽງແຕ່ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດທີ່ເຕັມໄປດ້ວຍຄວາມລຳບາກກາກກຳເທົ່ານ້ັນ ຫາກຍັງແມ່ນສັນຍາລັກອັນໃສແຈ້ງຂອງລັດທິວິລະຊົນປະຕິວັດ, ຂອງເຈດຈຳນົງເອກະລາດ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ກຳລັງມະຫາສາມັກຄີທົ່ວປວງຊົນທັງຊາດອີກດ້ວຍ.
TAG
VOV/VOVworld/ສັນຕິພາບ/ເປັນເອກະພາບ/ເອກະລາດ/ປະ​ເທດ ຫວຽດ​ນາມ ແມ່ນ​ໜຶ່ງ/ຊາດ ຫວຽດ​ນາມ ແມ່ນ​ໜຶ່ງ