VOV WorldVOV World
ຮັບປະກັນຜັນຂະຫຍາຍປະສິດທິຜົນນະໂຍບາຍ ຫຼຸດຜ່ອນຄວາມທຸກຍາກຫຼາຍສົ້ນ
04/12/2015 06:08
ຕາມ​ແຜນ​ການ​ແລ້ວ, ເລີ່​ມ​ແຕ່​ວັນ​ທີ 1/1/2016 ເປັນ​ຕົ້ນ​ໄປ, ຫວຽດ​ນ​າມ​ຈະ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ​ຕາມ​ມາດ​ຖານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກຫຼາຍ​ສົ້ນ
ຕາມ​ແຜນ​ການ​ແລ້ວ, ເລີ່​ມ​ແຕ່​ວັນ​ທີ 1/1/2016 ເປັນ​ຕົ້ນ​ໄປ, ຫວຽດ​ນ​າມ​ຈະ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ​ຕາມ​ມາດ​ຖານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກຫຼາຍ​ສົ້ນ ຊຶ່ງ​ເປັນ​ນະ​ໂຍ​ບາຍ​ໃໝ່​ໄດ້​ຮັບ​ຄວາມ​ປາດ​ຖະ​ໜາ​ວ່າ ຈະ​ຮັບ​ປະ​ກັນ​ລະ​ດັບ​ຄອງ​ຊີບ​ຢ່າງ​ຮອບ​ດ້ານກວ່​າ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ໄລ​ຍະ 5 ປີ​ທີ່​ຈະ​ມາ​ເຖິງ. ປະ​ຈຸ​ບັນ, ຫຼາຍ​ກະ​ຊວງ, ຂະ​ແໜງການ​ທີ່​ກ່ຽວ​ຂ້ອງພ້ອມ​ກັບ​ບັນ​ດາ​ທ້ອງ​ຖີ່ນ​ພວມ​ຕັ້ງ​ໜ້າ​ກະ​ກຽ​ມ​ວຽກ​ງານ​ເພື່ອ​ການປະ​ຕິ​ບັດນະ​ໂຍ​ບາຍ​ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ. ເຂດ​ພູ​ພຽງ​ຫີນ​ດົງ​ວັນ​ທີ່​ແຂ​ວງ ຮ່າ​ຢາງ ຕ້ອງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ທີ່​ສຸດ      ຊຸມ​ປີ​ກ່ອນນີ້, ມາດ​ຖານ​ກຳ​ນົດ​ຄອບ​ຄົວ​ທຸກ​ຍາກ​ເຄີຍ​ຖືກວັດ​ແທກ​ຜ່ານ​ລາຍ​ຮັບ. ມາດ​ຖານ​ຄວາມ​ທຸກ​ຍາກຖືກ​ກຳ​ນົດ​ໂດຍ​ອີງ​ໃສ່​ລະ​ດັບ​ລາຍ​ຈ່າຍ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ຄວາມ​ຕ້ອງ​ການ​ໃນ​ລະ​ດັບ​ຕ່ຳ​ສຸດ ແລະ ຖືກ​ຄິດ​່​ເປັນ​ເງິນ. ຫຼັກ​ໝາຍ​ໃນ​ການ​ຫັນ​ປ່ຽນ​ຈາກວິ​ທີ​ການ​ວັດ​ແທກ​ສົ້ນ​ດຽວ​ໄປ​ສູ່ຫຼາຍ​ສົ້ນ ແມ່ນ​ໃນ​ວັນ​ທີ 15/9/2015 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ອະ​ນຸ​ມັດ​ຜ່ານ​ແຜນ​ສັງ​ລວມ “ຫັນ​ປ່ຽນ​ວິ​ທີ​ສຳ​ພັດ​ວັດ​ແທກ​ຄວາມ​ທຸກ​ຍາກຈາກສົ້ນ​ດຽວ​ໄປ​ສູ່ຫຼາຍ​ສົ້ນທີ່​ນຳ​ໃຊ້​ໃນ​ໄລ​ຍະ 2016-2020”. ຕາມນັ້ນ​ແລ້ວ, ມາດ​ຖານ​ຄວາມ​ທຸກ​ຍາກໄລ​ຍະ 2016-2020 ຂອງ​ຫວຽດ​ນາມ​ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ​ທິດ​ນຳ​ໃຊ້​ໂດຍ​ປະ​ສານ​ສົມ​ທົບ​ທັງ ມາດ​ຖານ​ຄວາມ​ທຸກ​ຍາກ​ກ່ຽວ​ກັບ​ລາຍ​ຮັບ ແລະ ລະ​ດັບ​ຂາດ​ການ​ຊົມ​ໃຊ້​ບັນ​ດາ​ການ​ບໍ​ລິ​ການ​ສັງ​ຄົມ​ໂດຍ​ພື້ນ​ຖານ. ແລະ ເພື່ອ​ໃຫ້​ນະ​ໂຍ​ບາຍ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ນັ້ນ, ໃນຕົວ​ຈິງ ຈຳ​ເປັນ​ຕ້ອງ​ມີ​ການ​ກະ​ກຽມ​ກ່ຽວ​ກັບ​ກຳ​ລັງຄວາມ​ສາ​ມາດ, ແຫຼ່ງ​ກຳ​ລັງ ກໍ​ຄື​ການ​ສົມ​ທົບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ຂະ​ແໜງ​ການ​ຂັ້ນ​ຕ່າງໆ.
TAG
vovworld/ທຸກ​ຍາກ