BRICS: ຫັນກຳລັງແຮງສະເພາະເປັນກຳລັງແຮງລວມ
26/03/2013 08:50
ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍພົ້ນເດັ່ນຂຶ້ນ (BRICS) ຄັ້ງທີ 5 ໄດ້ຖືກໄຂຂຶ້ນໃນວັນທີ 26/3 ຢູ່ນະຄອນທ່າກຳປັ່ນ Durban ຂອງ ອາຟລິກາໃຕ້

(vovworld)- ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍພົ້ນເດັ່ນຂຶ້ນ (BRICS) ຄັ້ງທີ 5 ໄດ້ຖືກໄຂຂຶ້ນໃນວັນທີ 26/3 ຢູ່ນະຄອນທ່າກຳປັ່ນ Durban ຂອງ ອາຟຼິກາໃຕ້. BRICS ເຄີຍໄດ້ຮັບຖືວ່າແມ່ນອົງການເອກະລາດ ແລະ ມີພື້ນຖານເສດຖະກິດແຂງແຮງ, ໃນຕະຫລອດ 2 ທົດສະວັດຜ່ານມາ, ຍາມໃດພື້ນຖານເສດຖະກິດຂອງບັນດາປະເທດສະມາຊິກຂອງ BRICS ກໍນຳຫນ້າໂລກກ່ຽວກັບການເຕີບໂຕເສດຖະກິດ, ສວມບົດບາດອັນໃຫຍ່ຫລວງໃນໂລກທີ່ເປັນຫລາຍຂົ້ວ, ມີສິ່ງທ້າທາຍຫລາຍຢ່າງຄືປະຈຸບັນ, BRICS ຄວນສົມທົບການກະທຳລວມ, ແຕ່ລະປະເທດສະມາຊິກບໍ່ຄວນເຫັນແກ່ຜົນປະໂຫຍດສ່ວນຕົວ ເພື່ອຜົນປະໂຫຍດລວມຂອງກຸ່ມ. BRICS ມີໂສມຫນ້າໃຫມ່ນັ້ນ, ແມ່ນສິ່ງທີ່ຫາງສຽງລໍຄອຍທີ່ກອງປະຊຸມສຸດຍອດຄັ້ງນີ້.
TAG
ພື້ນຖານເສດຖະກິດທົ່ວໂລກ
Related








