ຈຸດເວລາສຳຄັນໃນການເຈລະຈາລະຫວ່າງອັງກິດ ແລະ ອີຢູ
14/12/2017 10:02
(VOVWORLD) -ວັນທີ 14 ທັນວາ, ກອງປະຊຸມສຸດຍອດບັນດາການນຳ ສະຫະພາບເອີລົບ (ອີຢູ), ກອງປະຊຸມສຸດຍອດສຸດທ້າຍໃນປີຂອງກຸ່ມ ໄດ້ໄຂຂຶ້ນຢູ່ ບຣຸກແຊນ ປະເທດ ແບນຊິກ. ຫນ້າທີ່ສຳຄັນຂອງກອງປະຊຸມ ແມ່ນການນຳ 27 ປະເທດ ພິຈາລະນາຮັບຮອງເອົາຂໍ້ຕົກລົງເຈລະຈາ Brexit ຫາກໍ່ບັນລຸໄດ້ໃນອາທິດຜ່ານມາລະຫວ່າງ ອັງກິດ ແລະ ອີຢູ. ນີ້ແມ່ນພື້ນຖານເພື່ອໃຫ້ອັງກິດ ແລະ ອີຢູ ອາດສາມາດຫັນໄປສູ່ໄລຍະເຈລະຈາຕໍ່ໄປ. ຫາງສຽງມີຄວາມຫວັງວ່າ ພາຍຫລັງກອງປະຊຸມສຸດຍອດ, ກຸ່ມນີ້ ອາດຈະປະກາດແຜນຮ່າງກ່ຽວກັບສົນທິສັນຍາ Brexit ໃນຕົ້ນປີ 2018. ເຖິງຢ່າງໃດກໍຕາມ ນີ້ບໍ່ແມ່ນສິ່ງງ່າຍດາຍ.

ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ແລະ ທ່ານປະທານ EC Jean-Claude Juncker ທີ່ການປະຊຸມຂ່າວໃນວັນທີ 8 ທັນວາ ພາບ:TTXVN
TAG
VOV/VOVworld/ໄລຍະເຈລະຈາ
Related








