VOV WorldVOV World
ຮັດແຫນ້ນການພົວພັນທີ່ເປັນມູນເຊື້ອລະຫວ່າງຫວຽດນາມກັບສະຫະພັນລັດເຊຍ ແລະ ເບລາຣຸດ
17/05/2013 08:16
ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ພວມ​​ຢ້ຽມຢາມ ​ເບ​ລາຣຸດ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ​ແລະ ສ.​ເບ​ລາຣຸດ ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 12 -17/5
ຮັດແຫນ້ນການພົວພັນທີ່ເປັນມູນເຊື້ອລະຫວ່າງຫວຽດນາມກັບສະຫະພັນລັດເຊຍ ແລະ ເບລາຣຸດ
(vovworld)-ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ພວມ​​ຢ້ຽມຢາມ ​ເບ​ລາຣຸດ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ​ແລະ ສ.​ເບ​ລາຣຸດ ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 12 -17/5. ການ​ຢ້ຽມຢາມ​ເປັນ​ຂີດ​ໝາຍ​ຫນ້າ​ປະຫວັດສາດ​ໃຫມ່​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບ​ສອງ​ປະ​ເທດ​ເພ​ື່ອນມິດ​ທີ່​ເປັນ​ມູນ​ເຊື້ອ, ອີກ​ຄັ້ງ​ຫນື່ງ​ໄດ້​ຢືນຢັນວ່າ:​ ຫວຽດນາມ​ຖື​ການ​ຮ່ວມ​ມື​ຮອບດ້ານ​ກັບ​ສະຫະພັນ​ລັດ​ເຊຍ  ​ແລະ ​ສ.ເບ​ລາຣຸດ​ເປັນ​ສຳຄັນ, ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ, ສ້າງ​ພື້ນ​ຖານ​ເພື່ອເປີດ​ກວ້າງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ສຶກສາ​ບຳລຸງ​ສ້າງ​​ເລິກ​ເຊິ່ງກວ່າອີກ. ​
TAG
ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ