ເບື້ອງຫຼັງຂໍ້ຕົກລົງຢຸດຕິໜ້າທີ່ຕໍ່ສູ້ຂອງ ອາເມລິກາ ຢູ່ ອີຣັກ
03/08/2021 07:38
(VOVWORLD) -ວັນທີ 26 ກໍລະກົດຜ່ານມາ, ອຳນາດການປົກຄອງ ອາເມລິກາ ຕົກລົງຈະຢຸດຕິໜ້າທີ່ຕໍ່ສູ້ຂອງກອງທັບປະເທດນີ້ຢູ່ສະໜາມຮົບ ອີຣັກ ຢ່າງສີ້ນເຊິງໃນທ້າຍປີ 2021, ອັນໄດ້ຍົກເລິກບັ້ນຮົບຜັນຂະຫຍາຍກຳລັງທະຫານຢູ່ຕ່າງປະເທດ ທີ່ໄດ້ແກ່ຍາວໃນເກືອບ 2 ທົດສະວັດຢ່າງເປັນທາງການ. ແຕ່ວ່າ ນີ້ບໍ່ແມ່ນການຕົກລົງຖອນທະຫານພຽງລຳພັງຝ່າຍດຽວ ຄືດັ່ງວິທີສຳຜັດເພື່ອສີ້ນສຸດການສູ້ຮົບຢູ່ ອາບການີສະຖານ, ຫາກແມ່ນຜ່ານຂໍ້ຕົກລົງລະອຽດລະຫວ່າງ ອາເມລິກາ ແລະ ອີຣັກ, ຊື່ງແມ່ນບາດກ້າວເດີນທີ່ຖືກຖືວ່າ ໄດ້ນຳມາເຊິ່ງບັນດາການຄິດໄລ່ຊັ່ງຊາທີ່ມີຜົນປະໂຫຍດຍຸດທະສາດຈາກທັງສອງຝ່າຍ.

ປະທານາທິບໍດີ ອາເມລິກາ Joe Biden ພົບປະກັບນາຍົກລັດຖະມົນຕີ ອີຣັກ Mustafa al-Kadhimi ເມື່ອວັນທີ 26/7 (ພາບ: The New York Times) ຂໍ້ຕົກລົງໄດ້ຍົກອອກມາພາຍຫຼັງທີ່ປະທານາທິບໍດີ ອາເມລິກາ Joe Biden ແລະ ນາຍົກລັດຖະມົນຕີ ອີຣັກ Mustafa al-Kadhimi ບັນລຸໄດ້ຂໍ້ຕົກລົງທາງການ ກ່ຽວກັບການສີ້ນສຸດການຕໍ່ສູ້ຂອງກອງທັບ ອາເມລິກາ ຢູ່ ອີຣັກ ໃນການເຈລະຈາໂດຍກົງຢູ່ ວໍຊິງຕັນ ປະເທດ ອາເມລິກາ ເມື່ອວັນທີ 26 ກໍລະກົດ ທີ່ຜ່ານມາ. ດ້ວຍຂໍ້ຕົກລົງນີ້, ອາເມລິກາ ຈະສີ້ນສຸດບັ້ນຜັນຂະຫຍາຍກຳລັງສູ້ຮົບທີ່ແກ່ຍາວເປັນເວລາ 18 ປີຢູ່ ອີຣັກ. ແຕ່ວ່າ ອາເມລິກາ ຍັງຈະຮັກສາການພົວພັນ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບ ອີຣັກ ພາຍຫຼັງທີ່ໄດ້ຖອນທະຫານ, ເພື່ອແນໃສ່ຮັບໃຊ້ໃຫ້ແກ່ບັນດາຜົນປະໂຫຍດຫຼັກແຫຼ່ງຂອງຕົນ.
TAG
VOV/VOVworld/ເບື້ອງຫຼັງຂໍ້ຕົກລົງ/ຢຸດຕິໜ້າທີ່ຕໍ່ສູ້/ອາເມລິກາ/ອີຣັກ/ນາຍົກລັດຖະມົນຕີ Mustafa al-Kadhimi/
Related








