ເອີລົບ ແລະ ບັນດາມາດຕະການຟື້ນຟູເສດຖະກິດ ຮັບມືກັບໂລກລະບາດ
15/10/2021 09:10
(VOVWORLD) - ຈຸດໃຈກາງຂອງໂລກໃນປະຈຸບັນ ຍັງແມ່ນຄວາມມານະພະຍາຍາມຂອງປະເທດຕ່າງໆ ແລະ ບັນດາອົງການຈັດຕັ້ງສາກົນ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ແລະ ການຟື້ນຟູເສດຖະກິດ. ເອີລົບ ກໍ່ເຊັ່ນດຽວກັນ ຊື່ງພວມຄ່ອຍໆປັບຕົວ ແລະ ມີມາດຕະການຊຸກຍູ້ການເຕີບໂຕເສດຖະກິດ ໃນສະພາບການທີ່ບັນດາປະເທດໃນພາກພື້ນ ລ້ວນແຕ່ໄດ້ປະຕິບັດການສັກວັກຊິນສຳເລັດໂດຍໄວ.

(ພາບປະກອບ: Getty Images) ໂດຍໄດ້ຮັບມືກັບການແຜ່ລະບາດຂອງໂລກລະບາດໂຄວິດ 19 ມາຫຼາຍຮອບນັ້ນ, ລັດຖະບານບັນດາປະເທດອີຢູ ບັງຄັບຕ້ອງຮັກສາບັນດາມາດຕະການສະກັດກັ້ນໃນບໍລິເວນກ້ວາງ. ຜົນຕາມມາທີ່ແນ່ນອນ ນັ້ນແມ່ນ ສະພາບຄວາມຫຍຸ້ງຍາກຂອງບັນດາວິສາຫະກິດໃນເກືອບທຸກຂົງເຂດ. ແຕ່ເຖິງແນວນັ້ນກໍ່ຕາມ, ດ້ວຍຫຼາຍມາດຕະການ, ເສດຖະກິດເອີລົບ ພວມມີສັນຍານເຕີບໂຕທີ່ຕັ້ງໜ້າ.
TAG
VOV/VOVworld/750 ຕື້ເອີໂຣ/ຟື້ນຟູເສດຖະກິດ/ຟື້ນຟູການເຕີບໂຕ/ອີຢູ.
Related








