VOV WorldVOV World
ແກ້ງແຍ້ງດ້ານການຄ້າ ຕ້ອງມີຄວາມຍຸຕິທຳ
18/03/2013 10:01
ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ (DOC) ຫາ​ກໍ່​ປະກາດ​ຂໍ້​ຕົກລົງ​ຈັດ​ວາງ​​ອັດຕາ​ພາສີ​ຕ້ານ​ການ​ຂາຍ​ບຸບລາຄາ​ໃນ​ລະດັບ​ສູງ​ທົບ​ສີ​ບເທົ່າ​ສຳລັບ​ບັນດາ​ຜະລິດ​ຕະພັນ​ປາຈາ ​ແລະ ປາ​ບາ​ຊາ ນຳ​ເຂົ້າ​ຈາກ ຫວຽດນາມ
ແກ້ງແຍ້ງດ້ານການຄ້າ ຕ້ອງມີຄວາມຍຸຕິທຳ
(vovworld)- ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ (DOC) ຫາ​ກໍ່​ປະກາດ​ຂໍ້​ຕົກລົງ​ຈັດ​ວາງ​​ອັດຕາ​ພາສີ​ຕ້ານ​ການ​ຂາຍ​ບຸບລາຄາ​ໃນ​ລະດັບ​ສູງ​ທົບ​ສີ​ບເທົ່າ​ສຳລັບ​ບັນດາ​ຜະລິດ​ຕະພັນ​ປາຈາ ​ແລະ ປາ​ບາ​ຊາ ນຳ​ເຂົ້າ​ຈາກ ຫວຽດນາມ ​ໃນ​ບັ້ນ​ພິຈາລະນາ​ດ້ານບໍລິຫານ​ກ່ຽວ​ກັບ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ​ຄັ້ງ​ທີ 8 ສຳລັບ​ປາ​ຫນັງ​ຂອງ ຫວຽດນາມ ​ເມື່ອ​ວັນ​ທີ 14/3. ນີ້​ແມ່ນ​ຄຳ​ຕັດສິນ​ທີ່ຂາດ​ຄວາມ​ຍຸຕິທຳ, ກໍ່​ຄວາມ​ຫຍຸ້ງຍາກ​ແກ່​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ປາ​ຫນັງ ຫວຽດນາມ, ພິ​ເສດ​ແມ່ນ DOC ຍັງ​ປ່ຽນ​ແປງ​ປະ​ເທດ​ທີ 3 ​ເພື່ອ​ນຳ​ໃຊ້​ອັດຕາພາສີ​ຕ້າ​ນການ​ຂາຍ​ບຸບ​ລາຄາ ຈາກ ບັງ​ກະລາ​ເທດ ​ໄປ​ຍັງ ອິນ​ໂດ​ເນ​ເຊຍ. ບົດ​ຂຽນຂອງ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ການ​ແກ້ງ​ແຍ້​ງດ້ານ​ການ​ຄ້າ ຕ້ອງ​ມີ​ຄວາມຍຸຕິທຳ” ​ໄດ້​ຊີ້​ໃຫ້​ເຫັນ​ບັນດາ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ໃນ​ຖະ​ແຫລ​ງການ​ຂອງ DOC ກ່ຽວກັບ​ບັນຫາ​ດັ່ງກ່າວ.
TAG
ປາຊາ