ແງ່ຫວັງການຟື້ນຟູຂໍ້ຕົກລົງນິວເຄຼຍ ເມື່ອ ອີຣານ ມີປະທານາທິບໍດີຄົນໃໝ່
29/06/2021 07:55
(VOVWORLD) -ການເລືອກຕັ້ງປະທານາທິບໍດີ ອີຣານ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນາ ໃນສະພາບການວິວັດການເຈລະຈາເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ (JCPOA) ລະຫວ່າງ ອີຣານ ແລະ ກຸ່ມ P5+1 (ລວມມີ ອາເມລິກາ, ລັດເຊຍ, ອັງກິດ, ຝະລັ່ງ, ຈີນ ແລະ ເຢຍລະມັນ) ໄດ້ຜ່ານຫຼາຍຮອບເຈລະຈາຢູ່ ວຽນ ປະເທດ ໂອຕາລິດ ດ້ວຍບັນດາຄວາມຄືບໜ້າທີ່ແນ່ນອນ ແຕ່ບໍ່ທັນບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກເທື່ອ. ຍ້ອນເຫດນັ້ນ, ຄຳຖາມກ່ຽວກັບເລື່ອງທ່ານ Ebrahim Raisi, ການນຳທີ່ເດີນຕາມແນວທາງແຂງກະດ້າງ ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອີຣານ ຈະມີການກະທົບຄືແນວໃດຕໍ່ວິວັດການເຈລະຈາ ພວມໄດ້ຮັບຄວາມສົນໃຈຈາກຫາງສຽງຢ່າງຫຼວງຫຼາຍ.

ໂຮງງານໄຟຟ້ານິວເຄຼຍ Bushehr ຢູ່ ອີຣານ (10/11/2019). (ພາບ: Fatemeh Bahrami/Anadolu Agency ) ໃນຖະແຫຼງການທາງການສະບັບໜຶ່ງ ພາຍຫຼັງທີ່ມີການຢັ້ງຢືນວ່າ ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອີຣານ, ທ່ານ Ebrahim Raisi ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເດີນຕາມເສັ້ນທາງເຈລະຈາ ເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍ. ນີ້ຖືວ່າ ແມ່ນສັນຍານທີ່ຕັ້ງໜ້າ ສຳລັບວິວັດການເຈລະຈາ, ເຖິງວ່າ ເສັ້ນທາງໄປເຖິງຂໍ້ຕົກລົງສຸດທ້າຍຍັງຖືກຕີລາຄາວ່າ ຍັງຍາວໄກ ແລະ ຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
TAG
VOV/VOVworld/ສາດສະດາ Ali Khamenei/ອາເມລິກາ/ອີຣານ/ປະທານາທິບໍດີ ອີຣານ Ebrahim Raisi/ຂໍ້ຕົກລົງນິວເຄຼຍ ອີຣານ JCPOA/
Related








