VOV WorldVOV World
ແງ່ຫວັງການເຈລະຈາສັນຕິພາບຢູ່ຊີຣີ: ບັນດາເຫດຜົນພາໄປເຖິງຄວາມເສຍຫວັງ
13/01/2017 12:32
ຊຸມມື້​ສຸດ​ທ້າຍ​ຂອງ​ປີ 2016, ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ ສ.ປ.ຊ ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ສະ​ບັບ​ໜຶ່ງ​ຊຶ່ງ​ເຫັນ​ດີ​ຕໍ່​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ຊ​ີ​ຣີ ໂດຍ​ແມ່ນ​ລັດ​ເຊຍ-ຕວກ​ກີ-ອີ​ຣານ​ ເປັນ​ກາງ
ແງ່ຫວັງການເຈລະຈາສັນຕິພາບຢູ່ຊີຣີ: ບັນດາເຫດຜົນພາໄປເຖິງຄວາມເສຍຫວັງ
ຊຸມມື້​ສຸດ​ທ້າຍ​ຂອງ​ປີ 2016, ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ ສ.ປ.ຊ ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ສະ​ບັບ​ໜຶ່ງ​ຊຶ່ງ​ເຫັນ​ດີ​ຕໍ່​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ຊ​ີ​ຣີ ໂດຍ​ແມ່ນ​ລັດ​ເຊຍ-ຕວກ​ກີ-ອີ​ຣານ​ ເປັນ​ກາງ, ອັນ​ໄດ້​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຊຶ່ງ​ຄາດ​ວ່າ​ຈະ​ຖືກ​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ Astana ຂອງ​ກາ​ຊັກ​ສະ​ຖານໃນ​ທ້າຍ​ເດືອນນີ້. ສັງ​ເກດ​ຢູ່​ທາງນອກ, ຄຳ​ສັ່ງ​ຢຸດ​ຍິງແມ່ນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລະ​ຫວ່າງກອງ​ທັບ ລັດ​ຖະ​ບານ ແລະ ກຳ​ລັງ​ຝ່າຍ​ຄ້ານ​, ຄ​ຽງ​ຂ້າງ​ລັດ​ເຊຍ, ຕວກ​ກີ ແລະ ອີ​ຣານ. ແຕ່​ຕາມ​ບັນ​ດາ​ນັກ​ໄຈ້​ແຍກ​ແລ້ວ, ມີ​ປັດ​ໄຈຫຼາຍ​ຢ່າງ​ທີ່ບໍ່​ອາດ​ປະ​ເອີບ​ໃຈ​ຕໍ່​ແງ່​ຫວັງ​ຂອງ​ການ​ເຈ​ລະ​ຈານີ້ ຍ້ອນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຢ່າ​ງ​ໃຫຍ່ຫຼວງ​ກ່ຽວ​ກັບ​ເປົ້າ​ໝາຍ​ການ​ເມືອງ​ຂອງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ.   ກອງ​ປະ​ຊຸມ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ       ​ຢູ່​ຊ​ີ​ຣີ​ບັນ​ລຸ​ໄດ້​ລະ​ຫວ່າງ​ລັດ​ຖະ​ບານ​ຊີ​ຣີ ແລະ ບັນ​ດາ​ກຸ່ມ​ຝ່າຍ​ຄ້ານ​ໂດຍ​ຜ່ານ​ການ​ເປັນ​ຄົນ​ກາງ​ຂອງ​ລັດ​ເຊຍ ແລະ ຕວ​ກກີ. ຂໍ້​ຕົກ​ລົງ​ນີ້ ກໍ​ໄດ້​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ເຈ​ລະ​ຈາ​ຊຶ່ງ​ຈະ​ຖືກ​ດຳ​ເນີນ​ໃນ​ທ້າຍ​ເດືອນນີ້. ແຕ່​ນັບ​ແຕ່​ເມື່ອ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ມີ​ຜົ​ນ​ບັງ​ຄັບ​ໃຊ້​ມາ​ຮອດ​ປະ​ຈຸ​ບັນ, ນອກ​ຈາກ​ບັນ​ດາ​ສັນ​ຍານ​ລະ​ເມີດ​ຢູ່​ສະ​ຖານ​ທີ່​ຕົວ​ຈິງນັ້ນ, ບັນ​ດາ​ຂໍ້​ກ່າວ​ຫາ ແລະ ຖະ​ແຫຼງ​ຕໍ່​ກັນ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ໄດ້​ເຮັດ​ໃຫ້​ຫາງ​ສຽງ​ບໍ່​ອາດ​ປະ​ເອີບ​ໃຈ​ກ່ຽວ​ກັບ​ພື້ນ​ຖ​ານ​ສັນ​ຕິ​ພາບ​ຢ່າງ​ແທ້​ຈິງ​ຊຶ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢູ່​ຊີ​ຣີ.
TAG
vovworld/ຊີ​ຣີ/ປະ​ທະ