ແງ່ຫວັງການຮ່ວມມືເສດຖະກິດລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື
04/07/2018 09:15
(VOVWORLD) - ໃນຊຸມວັນຜ່ານມາ, ສະມາຊິກລັດຖະບານ ຫວຽດນາມ ບາງທ່ານໄດ້ ແລະ ພວມມີບັນດາການໄປຢ້ຽມຢາມ, ເຮັດວຽກທີ່ສຳຄັນກັບບັນດາຄູ່ຮ່ວມມືຢູ່ ເອີຣົບ, ທະວີບອາເມລິກາ.
ຈຸດພົ້ນເດັ່ນຂອງບັນດາການໄປຢ້ຽມຢາມ ແລະ ປະຕິບັດງານຄັ້ງນີ້ ນອກຈາກເລື່ອງເພີ່ມທະວີການຮ່ວມມືກ່ຽວກັບດ້ານການເມືອງແລ້ວ ຍັງຊຸກຍູ້ການພົວພັນແລກປ່ຽນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື, ເປີດແງ່ຫວັງການພັດທະນາໃໝ່ໃຫ້ຝ່າຍຕ່າງໆ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ພົບປະກັບທ່ານຮອງລັດຖະມົນຕີການຕ່າງປະເທດ John Sullivan ພາບ: VGP ໃນຊຸມວັນຕົ້ນເດືອນ ກໍລະກົດ ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ດຳເນີນການຢ້ຽມຢາມປະເທດ ເກຼັກ, ບຸນກາຣີ ຢ່າງເປັນທາງການ. ພ້ອມກັນນັ້ນ ທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳການເຊື່ອມໂຍງເຂົ້າກັບສາກົນກ່ຽວກັບເສດຖະກິດ ຫວຽດນາມ ເວືອງດີງເຫ້ວ ກໍ່ໄດ້ໄປຢ້ຽມຢາມ ສາທາລະນະລັດ ສະຫະພັນ ບຣາຊີນ, ອາເມລິກາ ຢ່າງເປັນທາງການ. ກ່ອນໜ້ານັ້ນ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໋ວນແອງ ກໍ່ມີການໄປຢ້ຽມຢາມ ແລະ ເຮັດວຽກກັບຂ້າຫລວງໃຫຍ່ການຄ້າ ອີຢູ.
TAG
VOV/VOVworld/ການຮ່ວມມືເສດຖະກິດ/ບັນດາຄູ່ຮ່ວມມື/ບຣາຊີນ/ອາເມລິກາ
Related
More








